ແນວໃດ໋ກໍ່ມີ!! ເຂົ້າໂຮງໝໍຍ້ອນຕົດເປັນເຫດ

 


ຈາກກໍລະນີ ສະເຕຟານີ ມັດໂຕ ດາລາສາວຣຽວຣີຕີ ລາຍການໂທລະພາບ ຊາວອາເມລິກາ ອາຍຸ 31ປີ ທີ່ເປັນທີ່ຮູ້ຈັກຈາກການຫາລາຍຮັບກວ່າ 2,3 ລ້ານບາດ ພາຍໃນ 1ອາທິດ ໃນການຂາຍລົມຕົດຂອງນາງ ອັດຂວດໂຫຼ ທີ່ກາຍເປັນກະແສໂຊຊຽວເມື່ອເດືອນພະຈິກ ປີຜ່ານມາ


ເຊິ່ງໃນຊ່ວງປີໃໝ່ຜ່ານມາ ສາວຄົນນີ້ ໄດ້ຫຼຸດລາຄາໃຫ້ລູກຄ້າທີ່ຊື້ຕົດອັດຂວດໂຫຼຂອງນາງສູງສຸດເຖິງ 50% ເຮັດໃຫ້ຍອດຂາຍເພີ່ມຂຶ້ນຖະຫຼົ່ມຖະລາຍ


ຫຼ້າສຸດ, ວານນີ້ ວັນທີ 5 ມັງກອນ 2021 ສໍານັກຂ່າວຕ່າງປະເທດໄດ້ເປີດເຜີຍວ່າ ຈາກຍອດສັ່ງຊື້ທີ່ເພີ່ມຂຶ້ນ ເຮັດໃຫ້ນາງຕ້ອງຜະລິດຕົດອັດຂວດຫຼາຍເຖິງ 50ຂວດຕໍ່ອາທິດ ຈົນເຮັດໃຫ້ນາງມີອາການປ່ວຍ ໂດຍນາງເລົ່າວ່າ ກາງເດິກຂະນະທີ່ນອນຫຼັບຢູ່ ຮູ້ສຶກໄດ້ວ່າມີແຮງດັນຈາກທ້ອງພຸ້ງຂຶ້ນມາໃຫ້ຮູ້ສຶກຫາຍໃຈລໍາບາກ ຈົນຄິດວ່າຈະບໍ່ລອດແລ້ວ


ສະເຕຟານີ ຍັງເລົ່າອີກວ່າ ເມື່ອນາງຕັ້ງສະຕິໄດ້ ຈຶ່ງໂທຫາໝູ່ໃຫ້ມາຮັບໄປໂຮງໝໍ ເພາະຢ້ານວ່າຈະເປັນໂລກຫົວລົ້ມເຫຼວກະທັນຫັນ. ແຕ່ເມື່ອຮອດມືແພດ ຈຶ່ງຮູ້ເຖິງສາເຫດຂອງອາການທີ່ເກີດຂຶ້ນ ມາຈາກອາຫານການກິນທີ່ນາງກິນເຂົ້າໄປເພື່ອໃຫ້ສາມາດຜະລິດລົມຕົດໄດ້ຫຼາຍຂຶ້ນ


ໂດຍແພດແນະນໍາໃຫ້ນາງປັບປ່ຽນເລື່ອງການກິນ ເນື່ອງຈາກໃນກະເພາະຂອງນາງນັ້ນມິແກັສຫຼາຍເກີນໄປ, ເຊິ່ງຫຼັງຈາກຮູ້ຕົ້ນເຫດຂອງອາການແລ້ວ ສເຕຟານີກໍ່ຕັດສິນໃຈທີ່ຈະເລີກເຮັດທຸລະກິດຂາຍຕົດອັດຂວດໂຫຼຢ່າງເປັນທາງການ

0 Comments