ການເຊັນສັນຍາລົງນາມ ຮ່ວມມືທຸລະກິດໂຄງການສົ່ງສິນຄ້າ ຈາກ ສປປລາວ ໄປ ສປຈີນ
ໃນວັນທີ 27 ມັງກອນ 2022 ຜ່ານມານີ້ ຢູ່ທີ່ໂຮງແຮມແລນມາກ ໄດ້ມີພີທີເຊັນສັນຍາລົງນາມ ຮ່ວມມື ທຸລະກິດໂຄງການສົ່ງສິນຄ້າ ຈາກ ສປປ ລາວ ໄປ ສປ ຈີນ. ໃຫ້ກຽດເຂົ້າຮ່ວມງານໂດຍ ທ່ານ ປະລິນຍາເອກ ເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ທ່ານ ປະລິນຍາເອກ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ, ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກໍາ-ການຄ້າ, ທ່ານທູດເສດຖະກິດ ສປປຈີນ ປະຈໍາປະເທດລາວ, ປະທານສະມາຄົມເສດຖະກິດ ແລະ ວັດທະນະທໍາ ລາວ-ຈີນ, ປະທານບໍລິສັດ ເນັກສະຕ໋ອບວິນເລກ (ຫົວເປີຍ) ວາງແຜນ ແລະ ອອກແບບ ຈໍາກັດ (ສປປ ຈີນ)
ບໍລິສັດລາວອຸດສາຫະກໍາ – ກະສິກໍາ ຈໍາກັດ, ເປັນບໍລິສັດທີ່ສ້າງຕັ້ງແຕ່ປີ 1995 ຕັ້ງຢູ່ບ້ານເກິນ ເມືອງທຸລະຄົມ ແຂວງ ວຽງຈັນ ມາເຖິງປັດຈຸບັນໄດ້ຄົບ 27 ປີ ເຕັມ, ເປັນຕະຫຼາດຮອງຮັບເກັບຊື້ຜົນຜະລິດຂອງປະຊາຊົນລາວ 100 ເປີເຊັນ ແຫລ່ງຮັບຊື້ວັດຖຸດິບມີ 05 ແຂວງຄື: ແຂວງວຽງຈັນ, ແຂວງບໍລິຄໍາໄຊ, ແຂວງໄຊສົມບຸນ, ແຂວງຊຽງຂວາງ ແລະ ນະຄອນຫຼວງວຽງຈັນ, ເພື່ອນໍາມາຜະລິດປຸງແຕ່ງເປັນສິນຄ້າກະສິກໍາ ສໍາເລັດຮູບຈໍາຫນ່າຍພາຍໃນປະເທດ ແລະ ສົ່ງອອກຕ່າງປະເທດ
ໂດຍປະຈຸບັນຜະລິດຕະພັນຂອງບໍລິສັດປະກອບມີ 07 ຊະນິດຄື: (ນົມສາລີຫວານບ້ານເກິນ, ໜາກນັດບ້ານເກິນ, ນ້ໍາໝາກພ້າວບ້ານເກິນ, ກະທຽມດອງ, ກະທຽມໂທນ, ໝາກຕາວເຊື່ອມ ແລະ ສາລີຫວານກະປ໋ອງ). ສິນຄ້າຜະລິດເພື່ອສົ່ງອອກ ປະກອບມີ:
1. ສາລີຫວານອັດກະປ໋ອງ: ຜະລິດ ແລະ ສົ່ງອອກປະເທດອັງກິດ ປະລິມານ 5,000 ໂຕນ/ປີ
2. ໝາກຕາວເຊື່ອມປິດ: ຜະລິດ ແລະ ສົ່ງອອກໄປປະເທດໄທ, ຫວຽດນາມ ແລະ ມາເລເຊຍ ເຊິ່ງມີ ປະລິມານການຜະລິດ 1,200 ໂຕນ/ປີ
3. ນົມສາລີຫວານ: ສົ່ງໄປຈໍາຫນ່າຍທີ່ປະເທດໄທບາງສ່ວນ.- ສິນຄ້າທີ່ຜະລິດຈໍາຫນ່າຍພາຍໃນ
1. ສາລີຫວານກະປ໋ອງ
2. ໜາກຕາວເຊືອມບັນຈຸປິດ, ບັນຈຸຕຸກ
3. ຫົວກະທຽມດອງ ບັນຈຸຕຸກ
4. ກະທຽມໂທນດອງ ບັນຈຸຕຸກ
5. ນົມສາລີຫວານ ບ້ານເກິນ
6. ນ້ໍາໜາກນັດບ້ານເກິນ
7. ນ້ໍາໜາກພ້າວ ບ້ານເກິນ
ຕະຫຼອດໄລຍະ 2 ປີ ຜ່ານມາມາການແຜ່ລະບາດພະຍາດໂຄວິດ 19 ໄດ້ມີຜົນກະທົບໂດຍຕົງຕໍ່ເສດຖະກິດ ທົ່ວໂລກ ກໍ່ຄືເສດຖະກິດຂອງ ສປປລາວ ກໍໄດ້ຮັບຜົນກະທົບ ພ້ອມກັນນີ້ການຜະລິດ ແລະ ຈໍາຫນ່າຍຂອງບໍລິສັດກໍ່ ໄດ້ຮັບຜົນກະທົບເຊັ່ນກັນ ແຕ່ວ່າມາເຖິງປະຈຸບັນນີ້ ສະຖານະການແຜ່ລະບາດໂຄວິດ ພາຍໃນ ສປປລາວ ຜ່ອນຄາຍລົງ ເຮັດໃຫ້ເສດຖະກິດຄ່ອຍດີຂື້ນຕາມລໍາດັບມີການຊື້ຂາຍຕໍ່ເນື່ອງ ສົ່ງຜົນໃຫ້ມີການຜະລິດຕໍ່ເນື່ອງດີຂື້ນຕາມລໍາດັບ
ໂດຍອິງໃສ່ທ່າແຮງການຂົນສົ່ງສິນຄ້າຈາກລາວໄປ ສປປຈີນ ທີ່ສະດວກຂື້ນກວ່າເກົ່າໂດຍຜ່ານເສັ້ນທາງ ລົດໄຟ ລາວ-ຈີນ ຕາມແນວທາງນະໂຍບາຍຂອງພັກແລະລັດຖະບານທີ່ຕ້ອງການຜັກດັນສິນຄ້າຂອງລາວອອກສູ່ ສາກົນ ກໍ່ຄື ສປປຈີນ ດັ່ງນັ້ນເປັນໂອກາດອັນດີ ທີ່ບໍລິສັດລາວອຸດສາຫະກໍາ-ກະສິກໍາ ຈໍາກັດ ແລະ ບໍລິສັດເນັກສະຕ໋ອບວິນເລກ (ຫົວເປີຍ) ວາງແຜນ ແລະ ອອກແບບ ຈໍາກັດ (ສປປຈີນ) ຈະໄດ້ຮ່ວມມືກັນ ເພື່ອສົ່ງເສີມການ ປູກຝັງ ເກັບຊື້ຜົນຜະລິດຈາກປະຊາຊົນ ມາແປຮູບເປັນສິນຄ້າສໍາເລັດຮູບເພື່ອຈໍາໜ່າຍຢູ່ ສປປຈີນ ໃນເບື້ອງຕົ້ນປີ 2022 ໂດຍອີງໃສ່ວັດຖຸດິບທີ່ມີໃນ ສປປລາວ ເບື້ອງຕົ້ນ ກໍານົດມີ 03 ຜະລິດຕະພັນຄື
1. ນໍ້າໝາກນັດ ຈໍານວນ 3,000,000 ກະປ່ອງ ວັດຖຸດິບຕ້ອງການນໍາໃຊ້ຜະລິດ 800 ໂຕນ (ມູນຄ່າວັດຖຸດິບ 2 ຕື້ກີບ) ເປັນມູນຄ່າທີ່ປະຊາຊົນໄດ້ຮັບໂດຍກົງ
2. ໝາກຕາວ 300,000 ຕຸກ ວັດຖຸດິບທີ່ຕ້ອງການນໍາໃຊ້ຜະລິດ 400 ໂຕນ (ມູນຄ່າວັດຖຸດິບ 2,4 ຕື້ກີບ)
3. ກະທຽມໂທນ 30,000 ຕຸກ ໂດຍຈະເລີ່ມລົງມືຜະລິດປີ 2022 ເປັນຕົ້ນໄປ.
ໃນອານະຄົດຈະໄດ້ລົງສົ່ງເສີມການປຸກຂອງປະຊາຊົນໃຫ້ ຫລາຍຂື້ນວາງແຜນກໍານົດເຂດການສົ່ງເສີມຊັດເຈນ ສົມທົບກັບກະຊວງທີ່ກ່ຽວຂ້ອງວາງແຜນສົ່ງເສີມໃຫ້ປະຊາຊົນໃຫ້ໄດ້ຮັບຫມາກຜົນທີ່ດີຂື້ນ ເພື່ອໃຫ້ໄດ້ວັດຖຸດິບທີ່ມີຄຸນນະພາບແລະປະລິມານຍິ່ງໆຂື້ນ ຕາມປະລິມານຄວາມຕ້ອງການຂອງຕະຫຼາດໃນອານະຄົດຕໍ່ໄປ
0 Comments