ນັກຄົ້ນຄວ້າເປີດເຜີຍວ່າ ໄພແຫ້ງແລ້ງໃນສະຫະລັດ ຮ້າຍແຮງທີ່ສຸດໃນຮອບ 1,200 ປີ

ສຳນັກຂ່າວ ເອເອຟພີ ລາຍງານວ່າ ນັກຄົ້ນຄວ້າໄດ້ເປີດເຜີຍໃນວັນທີ 14 ກຸມພາ ຜ່ານມານີ້ວ່າ ໄພແຫ້ງແລ້ງທີ່ເກີດຂຶ້ນຢູ່ພາກຕາເວັນຕົກສ່ຽງໃຕ້ ຂອງສະຫະລັດ ແລະ ບາງພາກຂອງເມັກຊິໂກ ໃນຊ່ວງ 20 ປີຜ່ານມານີ້ ເປັນໄພແຫ້ງແລ້ງທີ່ ເກີດຂື້ນຮ້າຍແຮງທີ່ສຸດໃນຮອບ ຢ່າງຫນ້ອຍ 1,200 ປີ

ຫົວຫນ້າສະພາຄົ້ນຄວ້າ ແລະຜູ້ຊ່ວຍອາຈານທີ່ມະຫາວິທະຍາໄລ ຄາລີຟໍເນຍ ໃນນະຄອນລອສແອນເຈີລິສ ພ້ອມດ້ວຍຄະນະກໍາມະການ ກ່າວວ່າ ໄພແຫ້ງແລ້ງໃນສະໄຫມ 21 ຈະບໍ່ເປັນໄພແຫ້ງແລ້ງທີ່ຮ້າຍແຮງ ຖ້າບໍ່ມີບັນຫາການປ່ຽນແປງຂອງສະພາບອາກາດ, ເຊິ່ງເກີດຈາກສີມືມະນຸດ.

ໃນຊ່ວງ 10 ປີທີ່ຜານມາ ລັດຄາແຄລິຟໍເນຍ ແລະລັດທີ່ຕັ້ງຢູ່ທາງຕາເວັນຕົກຕ້ອງປະສົບບັນຫາການຂາດນໍ້າ ຊຶ່ງຕ້ອງມີການໃຊ້ມາດຕະການຈຳກັດການໃຊ້ນໍ້າເປັນໄລຍະໆ ແລະເຮັດໃຫ້ຜູ້ຄົນໃນບາງຊຸມຊົນຕ້ອງຊື້ນໍ້າຂວດ ເພື່ອໃຊ້ບໍລໂພກ ແລະການເກີດຫິມະຕົກ ຫລືຝົນຕົກໜັກໃນບາງຄັ້ງ ບໍ່ສ່ມາດຊ່ວຍບັນຫາການຂາດແຄນນໍ້າໄດ້

ຈາກການໃຫ້ຂໍ້ມູນຂອງລະບົບຕິດຕາມໄພແຫ່ງແລ້ວຂອງສະຫະລັດ ລະບຸວ່າ ປີ 2021 ເປັນປີທີ່ປະສົບໄພແລ້ງແຫ້ງແລ້ງທີ່ສຸດ ໂດຍໃນວັນທີ 10 ກຸມພາ ພື້ນທີ່ທາງຕະເວັນຕົກຂອງສະຫະລົດ 95% ມີປັນຫາແຫ້ງແລ້ງ ແລະເມື່ອລະດູຮ້ອນທີ່ ຜ່ານມາ ປະລິມານໃນອ່າງເກັບນໍ້າຂະໜາດໃຫຍ່ທີ່ສຸດຂອງພາກພື້ນອະເມລິກາເໜືອ 2 ແຫ່ງ ເຊັ່ນ ທະເລສາຍ ແລະທະເລສາບພາວເວລ໌ ຫຼຸດລົງຕໍ່າສຸດໃນຮອບກວ່າ 100 ປີ

ຜົນວິໄຈພົບວ່າ ມີໂອກາດສູງທີ່ບັນຫາໄພແຫ້ງແລ້ງ ໃນປະຈຸບັນຈະເກີດຂື້ນຕໍ່ໄປຢ່າງນ້ອຍສອງສາມປີ

ທັງນີ້ການຈຳລອງດັ່ງກ່າວ ອ້າງອີງຈາກຂໍ້ມູນຄວາມຊື້ນໃນດິນທີ່ຍ້ອນໄປ 1.200 ປີ ໂດນກນັກວິໄຈໄດ້ຄຳນວນໂອກາດທີ່ຄວາມແຫ້ງແລ້ງຈະດຳເນີນໄປເຖິງປີ 2022 ເຖິງ 94% ແລະມີໂອກາດ 3 ໃນ 4 ທີ່ພາວະແຫ້ງຈະເກີດຂື້ນຍາວໄປຈົນສິ້ນສຸດທົດສະຕະວັດນີ້

0 Comments