ເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງໂພນທອງ ທຳລາຍສວນຝິ່ນ ທີ່ປະຊາຊົນລັກລອບປູກ ຫຼາຍກວ່າ 153 ເຮັກຕ່າ

ເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງໂພນທອງ ທຳລາຍສວນຝິ່ນ ທີ່ປະຊາຊົນລັກລອບປູກ ຫຼາຍກວ່າ 153 ເຮັກຕ່າ

ໃນທ້າຍເດືອນມັງກອນ - ຕົ້ນເດືອນກຸມພາ 2022 ນີ້ ເຈົ້າໜ້າທີ່ ກອງບັນຊາການ ປກສ ເມືອງໂພນທອງ ແຂວງຫຼວງພະບາງ ຮ່ວມກັບເຈົ້າໜ້າທີກອງບັນຊາການ ປກສ ແຂວງ, ກອງບັນຊາການທະຫານແຂວງ-ເມືອງ ແລະອົງການປົກຄອງບ້ານ ລົງທຳລາຍສວນຝິ່ນທີ່ປະຊາຊົນລັກລອບປູກ ຈຳນວນ 14 ບ້ານ

ເຊີ່ງຜ່ານມາເຈົ້າໜ້າທີ່ ໄດ້ສົມທົບກັບອົງການປົກຄອງເມືອງ ແລະບ້ານ ດຳເນີນການສຶກສາອົບຮົມ ແລະເຮັດບົດບັນທຶກ ກັບການປົກຄອງບ້ານ ລວມທັງເຈົ້າຂອງສວນຝິ່ນທັງ 14 ບ້ານ ໃຫ້ຢຸດເຊົາ ແລະໄດ້ອະທິບາຍໃຫ້ຮູ້ເຖີງລະບຽບກົດໝາຍ

ເພື່ອບໍ່ໃຫ້ສືບຕໍ່ມີການລັກລອບປູກຝິ່ນຕື່ມອີກ, ແຕ່ຍັງພົບເຫັນປະຊາຊົນຈຳນວນໜຶ່ງ ຍັງຜື້ນດື້ບໍ່ປະຕິບັດຕາມບົດບັນທຶກ ໂດຍສືບຕໍ່ປູກຝິ່ນ ເຊີ່ງເປັນການສ້າງປະກົດການຫຍໍ້ທໍ້ໃນສັງຄົມ ແລະຜິດຕໍ່ລະບຽບກົດໝາຍຂອງ ສປປ ລາວ, ການໄປທຳລາຍສວນຝິ່ນໃນຄັ້ງນີ້ ໄດ້ແບ່ງອອກເປັນ 05 ຈຸ

ເຊີ່ງພົບຄວາມຫຍຸ້ງຍາກຫຼາຍປະການ ເປັນຕົ້ນ ສະພາບດິນຟ້າອາກາດບໍ່ອຳນວຍ ອາກາດໜາວ ມີຝົນຕົກ, ເສັ້ນທາງໄປຫາພື້ນທີປູກຝິ່ນ ຢູ່ໄກ ພູຜາສູງຊັນ ທຸລະກັນດານ ຕ້ອງໃຊ້ເວລາຍ່າງ 4-5 ຊົ່ວໂມງ

ຕາມການກວດກາ ແລະສໍາຫຼວດຕົວຈິງ ທັງ 5 ຈຸດ ພົບເຫັນພື້ນທີປູກຝິ່ນປະມານ 153,74 ເຮັກຕາ, ມີ 23 ຈຸດ

ໄດ້ທຳລາຍສຳເລັດ ແລະຍັງອີກຈຳນວນໜຶ່ງ ແມ່ນບໍ່ສາມາດທຳລາຍໄດ້ຍ້ອນກົກຢາຝິ່ນຍັງນ້ອຍ ມີເນື້ອທີປະມານ 42,1 ເຮັກຕາ ເຊີ່ງເຈົ້າໜ້າທີ່ ໄດ້ເຮັດບົດບັນທຶກໃຫ້ເຈົ້າຂອງສວນຝິ່ນ ເພື່ອໃຫ້ເຂົາເຈົ້າຕື່ນຕົວທຳລາຍເອງ

0 Comments