ທິມຊາດລາວຕິດໂຄວິດ 16 ຄົນ ເຫລືອແຕ່ 6 ຄົນ

ເມື່ອບໍ່ເທົ່າໃດນາທີຜ່ານມາ ສະຫະພັນບານເຕະແຫ່ງຊາດລາວ (LAO FOOTBALL FEDERATION) ແຈ້ງວ່າ:

ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 23 ປີ ໄດ້ຖອນທີມຈາກການແຂ່ງຂັນບານເຕະຊາຍຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ​ ປະຈຳປີ 2022.ໃນແຈ້ງການລະບຸວ່າ:

ສະຫະພັນບານເຕະແຫ່ງຊາດລາວ ໄດ້ຖອນທີມຈາກການແຂ່ງຂັນບານເຕະຊາຍຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ປະຈຳປີ 2022 ເນື່ອງຈາກສະຖານະການຂອງນັກກິລາ ພາຍໃນທີມຊາດລາວ ໄດ້ຕິດເຊື້ອໂຄວິດ-19 ຈໍານວນ 13 ຄົນ ແລະ

ນັກເຕະມີອາການບາດເຈັບອີກ 6 ທ່ານ ຈາກເກມການແຂ່ງຂັນໃນນັດທີ່ຜ່ານມາ ພົບກັບທີມຊາດມາເລເຊຍ​ ແລະ ທີມຊາດໄທ ເຮັດໃຫ້ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 23 ປີ ຍັງເຫຼືອນັກກິລາພຽງ 6 ຄົນເທົ່ານັ້ນ ທີ່ສາມາດລົງຊື່ແຂ່ງຂັນໄດ້.

ດັ່ງນັ້ນ ຄະນະນໍາ ແລະ ຄະນະຄູຝຶກ ເຫັນດີຕັດສິນໃຈຂໍຖອນທີມ ຈາກການແຂ່ງຂັນ ຮອບຊີງທີ 3 ລະຫວ່າງ ທີມຊາດລາວ ພົບກັບ ທີມຊາດ ຕີມໍເລສເຕ ໃນວັນທີ 26 ກຸມພາ 2022 ນີ້.

ສະຫະພັນບານເຕະແຫ່ງຊາດລາວ, ຄະນະນຳ, ຄະນະຄູຝຶກ ແລະ ນັກກິລາ ຈຶ່ງຂໍສະແດງຄວາມເສຍໃຈ ແລະ ຂໍໂທດມາຍັງພໍ່ແມ່ປະຊາຊົນ ແລະ ແຟນບານທົ່ວປະເທດມານະທີ່ນີ້ດ້ວຍ.

0 Comments