ສ.ອາເມລິກາ ມີຜູ້ເສຍຊີວິດຈາກພະຍາດໂຄວິດ-19 ຫລາຍທີ່ສຸດໃນໂລກ ກວ່າ 900.000 ຄົນ
ສຳນັກຂ່າວສານປະເທດລາວ ລາຍງານວ່າ: ຕາມຂ່າວຈາກ ວໍຊີງຕັນ ວັນທີ 5 ກຸມພານີ້ ສູນຂໍ້ມູນ ຂ່າວສານ ພະຍາດໂຄວິດ-19 ຂອງມະຫາວິທະຍາໄລ Johns Hopkins ໃນລັດ Maryland ລາຍງານ ສະຖິຕິຜູ້ເສຍຊີວິດຈາກພະຍາດໂຄວິດ-19 ໃນ ສ.ອາເມລິກາ ສະສົມເປັນ 900.334 ຄົນ
ຈາກຈຳນວນ ຜູ້ຕິດເຊື້ອທັງໝົດ76 ລ້ານຄົນຫລາຍທີ່ສຸດໃນໂລກ ຫລັງຈາກ ເຊື້ອພະຍາດ ໂອໄມຄຣອນແພ່ລະບາດ ຢ່າງວ່ອງໄວ ກ້າວຂຶ້ນ ເປັນສາຍພັນຫລັກ ແທນເຊື້ອເດລຕ້າ
ປັດຈຸບັນ ຈຳນວນຜູ້ເສຍຊີວິດ ຈາກພະຍາດດັ່ງກ່າວ ສະເລ່ຍຮອບ 7 ວັນຫລ້າສຸດ 2.592 ຄົນ ຂະນະທີ່ ຈຳນວນ ຜູ້ຕິດເຊື້ອ ໃນຮອບ 7 ວັນລ້າສຸດ ຢູ່ທີ່ 354.000 ຄົນ
0 Comments