ປີ 2021 ດ່ານພາສີສາກົນນໍ້າເຫືອງ ເກັບລາຍຮັບໄດ້ 308,6 ຕື້ກີບ.
ທ່ານ ຈັນສະໝອນ ສິດທະວົງ ຮອງຫົວໜ້າດ່ານພາສີສາກົນນໍ້າເຫືອງ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ລາຍງານການຕັ້ງປະຕິບັດການເກັບລາຍຮັບ ງົບປະມານແຫ່ງລັດ ປີ 2021 ແລະ ທິດທາງແຜນການປີ 2022 ຢູ່ໃນກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດ ປະຈໍາປີ 2021 ແລະ ແນະນໍາການຈັດຕັ້ງປະຕິບັດ
ແຜນງົບປະມານແຫ່ງລັດ ປະຈໍາປີ 2022 ຂອງເມືອງ ວ່າ: ການເກັບລາຍຮັບໃນປີ 2021 ເຫັນວ່າ ພົບຄວາມຫຍຸ້ງຍາກ ເນື່ອງຈາກ ສະພາບການຂອງພາກພື້ນ ແລະ ສາກົນມີການຜັນແປຢ່າງສັບສົນ ເຮັດໃຫ້ລາຄາແຮ່ທາດ ແລະ ນ້ຳມັນດິບ ໃນຕະຫຼາດໂລກ ມີການຜັນຜວນ.
ພ້ອມນັ້ນ, ແຂວງໄຊຍະບູລີເວົ້າລວມ ເວົ້າສະເພາະກໍຄືເມືອງແກ່ນທ້າວ ຍັງໄດ້ຮັບຜົນກະທົບຈາກການແຜ່ລະບາດພະຍາດໂຄວິດ-19 ຮອບໃໝ່ ນັບແຕ່ຕົ້ນເດືອນເມສາ ເປັນຕົ້ນມາ ໄດ້ເຮັດໃຫ້ການເກັບລາຍຮັບບາງໄລຍະຢຸດສະຫງັກ ມີການລ໋ອກດາວ ແລະ ໄດ້ປິດດ່ານຊົ່ວຄາວ ແຕ່ເຖິງຢ່າງໃດ ດ່ານໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດ ສູ້ຊົນເກັບລາຍຮັບບົນພື້ນຖານລະບຽບ, ຫຼັກການ ທີ່ຂັ້ນເທິງວາງອອກແຕ່ລະໄລຍະ.
ໂດຍປະຕິບັດຕາມຕົວເລກແຜນຂອງດ່ານໄດ້ຮັບ 375 ຕື້ກີບ ປະຕິບັດໄດ້ 308,6 ຕື້ກີບ ເທົ່າກັບ 82,32 % ຂອງແຜນການປີ. ສໍາລັບແຜນການເກັບລາຍຮັບ ປີ 2022 ດ່ານພາສີສາກົນນໍ້າເຫືອງໄດ້ຮັບມອບໝາຍ ທັງໝົດ 356 ຕື້ກີບ, ທຽບໃສ່ປີ 2021 ຫຼຸດລົງ 5,07%.
ຂ່າວ: ແກ່ນທ້າວ
#News.XBL
ທີ່ມາ:
0 Comments