ຍອດລາຍຮັບ ”ຂົນສົ່ງໂດຍສານ” ຂອງລົດໄຟ ລາວ – ຈີນ ແຕ່ເປີດມາ ແມ່ນເກີນ 23,33 ຕື້ກີບແລ້ວ
ໃນວັນທີ 8 ກຸມພາ 2022 ຜ່ານມານີ້ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະຊີ້ນໍາໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ພ້ອມຄະນະ ໄດ້ລົງເຄື່ອນໄຫວກວດກາ ແລະ ຊີ້ນໍາວຽກງານບໍລິສັດທາງລົດໄຟລາວ-ຈີນຈໍາກັດ, ຢ້ຽມຢາມໂຄງການກໍ່ສ້າງໂຮງຮຽນເຕັກນິກທາງລົດໄຟ (ຫລັກ16),
ສະຖານີຂົນສົ່ງສິນຄ້າວຽງຈັນໃຕ້ ແລະ ເຂດທ່າບົກທ່ານາແລ້ງ, ໂດຍການຕ້ອນຮັບຂອງທ່ານ ຢວນ ໝິງ ຮາວ ຜູ້ອໍານວຍກການບໍລິສັເລົດໄຟລາວ-ຈີນ ຈໍາກັດ, ມີ ຮອງລັດຖະມົນຕີ ກະຊວງກ່ຽວຂ້ອງ ທ່ານ ພູຂົງ ວັນນະວົງ ຮອງເຈົ້າຄອງ ນະຄອນຫລວງວຽງຈັນ, ພ້ອມດ້ວຍຄະນະຮັບຜິດຊອບໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ຊ່ວງນະຄອນຫລວງວຽງຈັນ ແລະ ພະແນກການກ່ຽວຂ້ອງ ນະຄອນຫລວງວຽງຈັນ ເຂົ້າຮ່ວມ.
.ທ່ານ ຢວນ ໝິງ ຮາວ ລາຍງານໃຫ້ຮູ້ວ່າ:ສະພາບການຂົນສົ່ງໂດຍສານ ແຕ່ມື້ເປີດໃຫ້ບໍລິການຈົນເຖິງວັນທີ 7 ກຸມພາ ປະລິມານການຂົນສົ່ງຜູ້ໂດຍສານ 113,827 ຄົນ ສະເລ່ຍ ຂົນສົ່ງຜູ້ໂດຍສານຕໍ່ມື້ 1,721 ຄົນ ແລະ ການຂົນສົ່ງຜູ້ໂດຍສານສູງສຸດຕໍ່ມື້ແມ່ນ 2,804 ຄົນ,
ມີລາຍຮັບປະມານ 12,980,000 ຢວນ, ຫຼືປະມານ 2,040,047 ໂດລາ ຫຼືປະມານ 23,33 ຕື້ກີບ
0 Comments