3 ບໍລິສັດ ຈາກນະຄອນຫຼວງວຽງຈັນ ມອບເຄື່ອງຊ່ວຍເຫຼືອໃຫ້ ແຂວງໄຊຍະບູລີ ມູນຄ່າ 400 ລ້ານກວ່າກີບ

3 ບໍລິສັດ ຈາກນະຄອນຫຼວງ ວຽງຈັນ ມອບເຄື່ອງຊ່ວຍເຫຼືອໃຫ້ ແຂວງ ໄຊຍະບູລີ ມູນຄ່າ 400 ລ້ານກວ່າກີບ

ເພື່ອເປັນການປະກອບສ່ວນ ແລະ ຍົກສູງຕໍ່ວຽກງານ ສາທາລະນະສຸກ ຢູ່ຂັ້ນເມືອງ ເຂດທີ່ມີຄວາມທຸລະກັນດານໃຫ້ມີຄຸນນະພາບດີຂຶ້ນ, ທັງເຮັດໃຫ້ປະຊາຊົນເຂດດັ່ງກ່າວ ເປັນຕົ້ນແມ່ນປະຊາຊົນທີ່ທຸກຍາກເຂດຫ່າງໄກຊອກຫຼີກໄດ້ເຂົ້າເຖິງການໃຊ້ບໍລິການດ້ານສຸຂະພາບນັ້ນ, ກຸ່ມບໍລິສັດ ໂຄລາວ, ບໍລິສັດໂຊກໄຊ ໂລຊິດສະຕິກ ແລະ ບໍລິສັດອິນໂນກຣິນເອັນເຈີເນຍລີງ ຈໍາກັດ ພາຍໃຕ້ໂຄງການແບ່ງປັນນໍ້າໃຈສູ່ສັງຄົມລາວ ໄດ້ນໍາເອົາ ລົດຮັບ-ສົ່ງຄົນເຈັບ ຈໍານວນ 1 ຄັນ, ອຸປະກອນການແພດ ແລະ ເງິນສົດ ລວມມູນຄ່າທັງໝົດ 400 ລ້ານກວ່າກີບ, ມາມອບໃຫ້ແຂວງໄຊຍະບູລີ

ໃນນັ້ນ: ກຸ່ມບໍລິສັດ ໂຄລາວ ມອບລົດຮັບ-ສົ່ງຄົນເຈັບມູນຄ່າ 300 ລ້ານກີບ, ບໍລິສັດໂຊກໄຊ ໂລຊິດສະຕິກ ມອບເງິນ ຈໍານວນ 100 ລ້ານກີບ ແລະ ບໍລິສັດອິນໂນກຣິນເອັນເຈີເນຍລີງຈໍາກັດ ມອບອຸປະກອນການແພດມູນຄ່າ 15 ລ້ານກີບ, ເພື່ອນໍາໃຊ້ເຂົ້າໃນວຽກງານ ສາທາລະນະສຸກ ໂດຍສະເພາະແມ່ນຮັບໃຊ້ຢູ່ໂຮງໝໍເມືອງ ໄຊສະຖານ, ນໍາພາ ແລະ ກ່າວມອບເຄື່ອງດັ່ງກ່າວມີ ທ່ານ ປອ ບຸນຕາ ອ່ອນນາວົງ ຫົວຫນ້າກົມຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ແລະ ທ່ານ ໜູໄຊ ແຫວນສະຫວັນ ຜູ້ອໍານວຍການໃຫຍ່ ກຸ່ມບໍລິສັດໂຄລາວ ພ້ອມດ້ວຍທີມງານ ແລະ ກ່າວຮັບເຄື່ອງໂດຍ ສີສະໝອນ ນາມວົງ ເຈົ້າເມືອງ ໄຊສະຖານ, ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ເພັງນິລັນ ຄໍາພັນເພັງ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນ ແຂວງ ໄຊຍະບູລີ ພ້ອມດ້ວຍການນໍາຂອງແຂວງ ແລະ ພະນັກງານພາກສ່ວນທີ່ກ່ຽວຂ້ອງ.

ພິທີມອບ-ຮັບໄດ້ຈັດຂຶ້ນໃນວັນທີ 6 ກຸມພາ 2022 ນີ້, ທີ່ຫ້ອງວ່າການແຂວງ ໄຊຍະບູລີ, ໂອກາດດັ່ງກ່າວ: ທ່ານ ໜູໄຊ ແຫວນສະຫວັນ ຜູ້ອໍານວຍການໃຫຍ່ ກຸ່ມບໍລິສັດໂຄລາວ ເຊິ່ງຕາງໜ້າໃຫ້ທັງ 3 ບໍລິສັດ ໄດ້ກ່າວວ່າ: ຍ້ອນເຫັນໄດ້ຄວາມຫຍຸ້ງຍາກຫຼາຍດ້ານຢູ່ເມືອງ ໄຊສະຖານ, ເປັນຕົ້ນແມ່ນການບໍລິການປະຊາຊົນດ້ານສາທາລະນະສຸກ ໃນກໍລະນີສຸກເສີນທີ່ຕ້ອງໄດ້ຂົນສົ່ງຄົນເຈັບໄປຍັງໂຮງຫມໍເມືອງ ແລະ ໂຮງຫມໍແຂວງ ທີ່ມີໄລຍະທາງອັນຍາວໄກ, ສະນັ້ນທັງ 3 ບໍລິສັດຈຶ່ງໄດ້ປະກອບສ່ວນວັດຖຸຈິດໃຈມາຊ່ວຍເຫຼືອ, ເຖິງວ່າການຊ່ວຍເຫຼືອຄັ້ງນີ້ອາດຈະເປັນການຊ່ວຍເຫຼືອທີ່ບໍ່ຫຼາຍແຕ່ເກີດຈາກນໍ້າໃຈ ທີ່ເຫັນໄດ້ຄວາມສໍາຄັນໃນການຊ່ວຍເຫຼືອສັງຄົມ ແລະ ຫວັງວ່າການຊ່ວຍເຫຼືອຄັ້ງນີ້ຈະສາມາດແບ່ງເບົາ ແລະ ແກ້ໄຂຄວາມຫຍຸ້ງຍາກຂອງປະຊາຊົນທີ່ຕ້ອງການຄວາມຊ່ວຍເຫລືອ ກໍລະນີສຸກເສີນ ເພື່ອເຂົ້າເຖິງການປິ່ນປົວອັນເລັ່ງດ່ວນຂອງຄົນເຈັບໄດ້ຢ່າງທັນການ, ພ້ອມດຽວກັນ ທ່ານ ເພັງນິລັນ ຄໍາພັນເພັງ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນ ແຂວງ ໄຊຍະບູລີ ກໍ່ໄດ້ສະແດງຄວາມຂອບໃຈ ຕໍ່ 3 ບໍລິສັດ, ທີ່ໄດ້ໃຫ້ການຊ່ວຍເຫລືອ ປະກອບສ່ວນທີ່ສໍາຄັນເຂົ້າໃນວຽກງານສາທາລະນະສຸກຂອງແຂວງໄຊຍະບູລີ ເວົ້າລວມ, ເວົ້າສະເພາະແມ່ນເມືອງ ໄຊສະຖານ ທີ່ເປັນເມືອງສ້າງຕັ້ງໃຫມ່ຂອງແຂວງທີ່ຍັງມີຄວາມຫຍຸ້ງຍາກຫລາຍດ້ານ ແລະ ມີຄວາມຕ້ອງການ-ການຊ່ວຍເຫລືອທັງພາກລັດ ແລະ ເອກະຊົນເພື່ອພັດທະນາເມືອງດັ່ງກ່າວ ໂດຍສະເພາະແມ່ນຂົງເຂດວຽກງານ ສາທາລະນະສຸກ ແນໃສ່ເພື່ອຍົກສູງ ຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນເທື່ອລະກ້າວ.

ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ

#News.XBL

ຂໍ້ມູນ:

0 Comments