ວັນທີ 15 ກຸມພາ 2022 ຜ່ານມາ ບີບີຊີ ແລະສະຖານີໂທລະທັດ ນິວເດລີ ລາຍງານວ່າ ຕຳຫຼວດຈັບກຸມຊາຍໄວ 30 ປີ ຂືນໃຈຍິງຊະລາໄວ 87 ປີ ໃນນະຄອນນິວເດລີຂອງອິນເດຍ ຊາຍຄົນດັ່ງກ່າວມີອາຊີບເປັນຄົນເກັບຂີ້ເຫື້ຍອ ເຊິ່ງອາໄສຢູ່ເຮືອນໃກ້ກັນກັບເຮືອນຂອງຜູ້ຖືກເສຍຫາຍ
ຍິງຊະລາຜູ້ນີ້ເປັນຜູ້ປ່ວຍຕິດຕຽງ ູອາໄສຢູ່ພຽງລຳພັງຢູ່ບ້ານ ເມື່ອຕອນບ່າຍວັນອາທິດທີ່ 13 ກຸມພາ ກ່ອນຖືກຊາຍຜູ້ກໍ່ເຫດຂົ່ມຂືນ ແລະຍັງຂະໂມຍໂທລະສັບມືຖືໄປອີກ
ເຊິ່ງຄອບຄົວຂອງຜູ້ຖືກເສຍຫາຍບໍ່ພໍໃຈ ແລະໄດ້ກ່າວປະນາມເຈົ້າໜ້າທີ່ຕຳຫຼວດທີ່ຮັບພຽງແຈ້ງຄວາມກໍລະນີລັກຊັບ ບໍ່ແມ່ນຄະດີຂົ່ມຂືນ
ແນວໃດກໍ່ຕາມ ຕຳຫຼວດກໍ່ໄດ້ອອກມາປະຕິເສດຂໍ້ກ່າວຫາດັ່ງກ່າວ ໂດຍອ້າງວ່າຄອບຄົວຜູ້ເສຍຫາຍແຈ້ງຄວາມພຽງກໍລະນີລັກຊັບ ເມື່ອວັນອາທິດທີ່ 13 ກຸມພາ, ຕໍ່ມາ ວັນທີ 14 ກຸມພາ ຈຶ່ງແຈ້ງຄວາມກໍລະນີຂົ່ມຂືນ
ແຕ່ຍາດພີ່ນ້ອງຜູ້ເສຍຫາຍໃຫ້ສຳພາດໜັງສືພິມອິນເດຍເອັກຊ໌ເພດສ໌ວ່າ: ຕຳຫຼວດບອກແມ່ເຖົ້າ ແລະລູກສາວວ່າ ຢ່າຕິດຕາມຄະດີຂົ່ມຂືນ ເພາະຈະເຮັດໃຫ້ຄຽດກັບຕົວເອງລ້າໆ "ຕຳຫຼວດຮັບແຈ້ງຄວາມກໍລະນີລັກຊັບ ແລະບໍ່ໄດ້ແຈ້ງຂໍ້ມູນຫຍັງເລີຍແກ່ພວກເຮົາ"
ແມ່ເຖົ້າຜູ້ຖືກຂົ່ມຂືນ ແມ່ນອາໄສຢູ່ກັບລູກສາວ ແຕ່ລູກສາວອອກໄປທາງນອກຕອນທີ່ແມ່ເຖົ້າຖືກທຳຮ້າຍ ກວ່າຈະກັບມາຮອດເຮືອນ ຕ້ອງພົບແມ່ຕົວເອງໃນສະພາບບາດເຈັບ
ທາງດ້ານຄະນະກໍາມາທິການແມ່ຍິງ ແຫ່ງຊາດ ກ່າວໃນວັນຈັນ 14 ກຸມພາ ຜ່ານມານີ້ວ່າ ໄດ້ຂຽນໜັງສືໄປຍັງເຈົ້າໜ້າທີ່ຕໍາຫຼວດ ນະຄອນຫລວງເດລີ ເພື່ອຂໍໃຫ້ສອບເຈົ້າຫນ້າທີ່ລະເວັ້ນບໍ່ປະຕິບັດທັນທີ
ຂໍ້ມູນ:msn
0 Comments