ຈາກເຫດການທີ່ເກີດຂຶ້ນໃນຕອນເຊົ້າຂອງວັນທີ 30 ມັງກອນ 2022 ຜ່ານມາ ເຊິ່ງທ່ານ ພັນໂທ ຄໍາຮຸ່ງ ອາລຸນສັກ, ຮອງຫົວຫນ້າກອງບັນຊາການ ປກສ ແຂວງ ຄໍາມ່ວນ ໄດ້ຊີ້ແຈງຜ່ານລາຍການຮອບບ້ານຜ່ານເມືອງຂອງວິທະຍຸກະຈາຍສຽງແຫ່ງຊາດລາວ ໃນວັນທີ 1 ກຸມພາ 2022 ວ່າ: ກໍາມະກອນຊາວຈີນ ທີ່ປະທ້ວງໃນຄັ້ງນີ້ ມີທັງຫມົດ 35 ຄົນ.
ສາເຫດຂອງການປະທ້ວງ ຍ້ອນບໍລິສັດ ຊີອານ ອຸດສາຫະກໍາ ຈໍາກັດ ເຊີ່ງເຂົາເຈົ້າເຮັດວຽກນໍາ ໄດ້ຮັບເຫມົາກໍ່ສ້າງຫໍພັກກໍາມະກອນໃຫ້ ບໍລິສັດ ຊີໂນ ອາກຣີ ໂປຕາສ ຈໍາກັດ ຢູ່ເຂດບ້ານ ດົງໃຕ້ ເມືອງທ່າແຂກ, ເລີ່ມລົງມືກໍ່ສ້າງມາແຕ່ຕົ້ນປີ 2021 ມາຮອດປັດຈຸບັນ ການກໍ່ສ້າງໄດ້ສໍາເລັດແລ້ວ ແຕ່ບໍລິສັດ ຊີອານ ອຸດສາຫະກໍາ ຈໍາກັດ ບໍ່ຈ່າຍເງິນເດືອນໃຫ້ກໍາມະກອນດັ່ງກ່າວ ຈໍານວນ 2 ເດືອນ ຄື: ເດືອນພະຈິກ ແລະ ເດືອນທັນວາ 2021 ຜ່ານມາ
ຈາກຈຸດນີ້ເຮັດໃຫ້ກໍາມະກອນບໍພໍໃຈ ແລະຮວມຕົວກັນປະທ້ວງເພື່ອໃຫ້ບໍລິສັດດັ່ງກ່າວຈ່າຍເງິນເດືອນທີ່ຕິດຄ້າງຢູ່, ລວມເຖີງຄ່າເດີນ ທາງກັບປະເທດ ທີ່ຕ້ອງໃຊ້ເງິນຫລາຍກວ່າ 5.000 ຢວນຕໍ່ຄົນ ແຕ່ບໍລິສັດ ຊີອານ ອຸດສາຫະກໍາ ບໍ່ສາມາດຈ່າຍໄດ້ຕາມການຮຽກຮ້ອງຕ້ອງການຂອງກໍາມະກອນດັ່ງກ່າວ.
ພັນໂທ ຄໍາຮຸ່ງ ອາລຸນສັກ ໃຫ້ຮູ້ຕື່ມວ່າ: ກໍາມະກອນທັງ 35 ຄົນ ໄດ້ປະທ້ວງພ້ອມທັງໄດ້ເອົາຮົ້ວເຫລັກມາກັ້ນຕໍ່ຫນ້າ ບໍລິສັດ ຊີໂນ ອາກຣີ ໂປຕັສ ຈໍາກັດ ບໍ່ໃຫ້ເຂົ້າ-ອອກ.
ຕໍ່ເຫດການທີ່ເກີດຂຶ້ນ ເຮັດໃຫ້ເຈົ້າຫນ້າກ່ຽວຂ້ອງທີ່ຮັກສາຄວາມສະຫງົບປອດໄພຢູ່ບໍລິສັດດັ່ງກ່າວເຂົ້າໄປຫ້າມ ແລະ ກ່າວເຕືອນ ແຕ່ກໍາມະກອນທີ່ປະທ້ວງບໍ່ຟັງ ພ້ອມທັງພະຍາຍາມຍາດເອົາປືນນໍາເຈົ້າຫນ້າທີ່ ເຮັດໃຫ້ເຈົ້າຫນ້າທີ່ດັ່ງກ່າວຍິງປືນເພື່ອນາບຂູ່ຫລາຍກວ່າ 20 ລູກ ຈິ່ງເຮັດໃຫ້ເຂົາເຈົ້າຢຸດເຊົາການປະທ້ວງ.
ຮອງຫວຫນ້າກອງບັນຊາການ ປກສ ແຂວງຄໍາມ່ວນ ກ່າວຢໍ້າວ່າ: ເຫດການທີ່ເກີດຂຶ້ນປະມານ 10 ກວ່ານາທີກໍຢຸດຕິລົງ ແລະ ບໍ່ມີຜູ້ໃດໄດ້ຮັບບາດເຈັບ.
ປັດຈຸບັນ ສະພາບການແມ່ນມີຄວາມສະຫງົບແລ້ວ ແລະ ອົງການປົກຄອງທີ່ກ່ຽວຂ້ອງມອບໃຫ້ບໍລິສັດດັ່ງກ່າວຮີບຮ້ອນໄກ່ເກ່ຍ ຫລື ແກ້ໄຂບັນຫາທີ່ເກີດຂຶ້ນຮ່ວມກັບກໍາມະກອນຂອງຕົນໃຫ້ສໍາເລັດໂດຍໄວ.
ຊົມຄລິບ
0 Comments