ທ່ານ ທອງລຸນ ສີສຸລິດ ປະທານປະເທດ ສປປ ລາວ ຢຽ້ມຢາມສວນຊາ 400 ປີ ແຂວງຜົ້ງສາລີ

ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ສປປ ລາວ ແລະ ຄະນະໄດ້ໄປຢຽ້ມຢາມສວນຊາ ແລະ ກຸ່ມຜະລິດຊາບ້ານລຸງຈິງ ແລະ ບ້ານກໍແມນ ຢູ່ເມືອງ ແລະ ແຂວງຜົ້ງສາລີ ເນື່ອງໃນໂອກາດທີ່ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຜົ້ງສາລີ ເມື່ອມໍ່ໆມານີ້

ຊາຜົ້ງສາລີ ຢູ່ເມືອງ ແລະ ແຂວງຜົ້ງສາລີ ເປັນຊາທີ່ມີຊື່ສຽງ ແລະ ຂຶ້ນຊື່ລືຊາດ້ານລົດຊາດ ເປັນເຂດທີ່ມີຕົ້ນຊາເກົ່າແກ່ທີ່ສຸດໃນໂລກ ມີອາຍຸຫຼາຍກວ່າ 400 ປີ

ເຊິ່ງປູກຢູ່ເຂດພູສູງທີ່ອ້ອມຮອບໄປດ້ວຍພູຜາ ແລະ ທິວທັດທຳມະຊາດທີ່ສວຍງາມຫາເບິ່ງໄດ້ຍາກ ໃນເນື້ອທີ່ຫຼາຍຮ້ອຍເຮັກຕາ, ຄວາມສູງຂອງຕົ້ນຊາທີ່ເກົ່າແກ່ປະມານ 6 ແມັດ,

ບໍລິເວນສວນຕົ້ນຊາເຕັມໄປດ້ວຍກິ່ນຫອມຂອງຊາ ແລະ ລົດຊາດທີ່ແຊບເປັນພິເສດ. ໃນປີ 2021 ທີ່ຜ່ານມາ ຊາຜົ້ງສາລີ ໄດ້ຮັບລາງວັນຊະນະເລີດ ປະເພດຊາທີ່ມີຄຸນນະພາບດີເດັ່ນໃກການແຂ່ງຂັນຊາສາກົນ ທີ່ຮົງກົງ.

0 Comments