ມີເຮືອນຢູ່ໃນໝູ່ບ້ານໜຶ່ງ ທີ່ມີແມ່ຫາກໍ່ເກີດລູກ ຕ້ອງໄດ້ລ້ຽງລູກຄົນດຽວ ເພາະຜົວໄດ້ປະແມ່ແລະລູກໄປ ບໍ່ກັບມາເບິ່ງແຍງ.
ລາວເລົ່າທັງນ້ຳຕາ ລາວເວົ້າວ່າ: ມື້ື້ຈະເກີດລູກແທ້ໆ ຜົວຍັງບໍ່ໄປສົ່ງ ມີແຕ່ລຸງທີ່ພາໄປ ຊ້ຳຍັງ ເວລາເກີດລູກກັບມາ ກໍຍັງບໍ່ມາເບິ່ງລູກ ແລະ ເມຍ.
ແລະ ຍັງເອົາເຂົ້າສານໄປຂາຍໝົດ ເພື່ອເອົາເງິນໄປຊື້ຢາບ້າມາເສບ,
ດຽວນີ້ຜົວໄປຢູ່ເຮືອນແມ່ ບໍ່ໄດ້ກັບມາເບິ່ງແຍງເມຍ ແລະ ລູກ.
ເວົ້າໄດ້ວ່າ ຜົວມີນິໄສລັກລອບລັກຊັບ, ເງິນທີ່ເມຍເກັບໄວ້, ຍັງເອົາໄປໃຊ້ຈົນຕ້ອງຢືມເງິນຈາກປ້າມາເກີດລູກແທນ.
ແຕ່ກໍ່ຍັງໂຊກດີທີ່ມີລຸງ-ປ້າ ມາເບິ່ງຂ້ອຍແດ່ ຊີວິດມັນຫຍຸ້ງຍາກແທ້ໆ ຍັງຕ້ອງພົບກັບຄູ່ຊີວິດທີ່ເປັນແບບນີ້ອີກ.
0 Comments
Post a Comment