ປກສ ກຸ່ມໜອງບຶກ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໄດ້ນໍາກໍາລັງເຂົ້າມ້າງກຸ່ມມົ້ວສຸມຢາເສບຕິດ ຢູ່ເຂດບ້ານໜອງບຶກໃຕ້ ເມືອງສີໂຄດຕະບອງ ກັກຕົວຜູ້ມົ້ວສຸມໄດ້ 6 ຄົນ,
ຍິງ 1 ຄົນ ແລະ ກັກຕົວຜູ້ທີ່ມີຢາເສບຕິດໄວ້ຄອບຄອງ 3 ຄົນ ພ້ອມຢາ 68 ເມັດ. ພັທ ວຽງມະນີ ແກ້ວມະນີ ຫົວໜ້າ ປກສ ກຸ່ມໜອງບຶກ ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບແຈ້ງຈາກພົນລະເມືອງດີ ໃນວັນທີ 8 ກຸມພາ 2022 ວ່າ:
ມີກຸ່ມຄົນຈໍານວນໜຶ່ງ ມົ້ວສຸມເສບຢາເສບຕິດ ຢູ່ເຂດບ້ານໜອງບຶກໃຕ້ ຈິ່ງແຕ່ງກໍາລັງວິຊາສະເພາະລົງພິສູດແຫຼ່ງຂ່າວ ແລະ ເຫັນວ່າມີມູນຄວາມຈິງ, ມາຮອດເວລາ 13:00 ໂມງ ໄດ້ນໍາກໍາລັງເຂົ້າກັກຕົວ ແລ້ວນໍາມາສຶກສາອົບຮົມ ແລະ ເຮັດບົດບັນທຶກ ຢູ່ຫ້ອງການ ປກສ ກຸ່ມ
ຖ້າຍັງມີການມົ້ວສຸມອີກ ຈະດໍາເນີນຄະດີຕາມກົດໝາຍ; ສ່ວນຜູ້ທີ່ມີຢາເສບຕິດໄວ້ຄອບຄອງ ແມ່ນໄດ້ນໍາສົ່ງຕົວ ໃຫ້ກອງບັນຊາການ ປກສ ເມືອງສີໂຄດຕະບອງ ສືບຕໍ່ດໍາເນີນຄະດີ.
ກອງບັນຊາການ ປກສ ນວ ຮຽກຮ້ອງມາຍັງປະຊາຊົນ ໂດຍສະເພາະຊາວນະຄອນຫຼວງວຽງຈັນ ຈົ່ງມີສະຕິໃນການຮັກສາຊັບສົມສິນຂອງຕົນໃຫ້ດີ ແລະ ເປັນຫູເປັນຕາຊ່ວຍເຈົ້າໜ້າທີ່ ເພື່ອຫຼີກລ່ຽງການຕົກເປັນເປົ້າໝາຍຂອງກຸ່ມຄົນບໍ່ດີ ຖ້າພົບເຫັນພຶດຕິກຳບໍ່ເໝາະສົມ ແລະ ແຕະຕ້ອງເຖິງຄວາມສະຫງົບຂອງສັງຄົມ
0 Comments