ຈີນຍົກທັບທີມແພດເດີນທາງ ຈາກນະຄອນຄຸນໝິງເຖິງນະຄອນຫຼວງວຽງຈັນ

ສປ ຈີນ ຍົກທັບແພດ ມາຊ່ວຍລາວ ປາບໂຄວິດ...

ໃນວັນ 7 ກຸມພາ 2022, ສປ ຈີນໄດ້ຍົກທັບທີມແພດຈຳນວນ 6 ທ່ານເດີນທາງຈາກນະຄອນຄຸນໝິງມາຮອດນະຄອນຫຼວງວຽງຈັນ. ,

ລັດຖະບານຈີນສືບຕໍ່ສົ່ງທີມແພດມາຊ່ວຍປະເທດລາວໃນຄັ້ງນີ້ ກໍເພື່ອເຂົ້າມາປະຕິບັດແລກປ່ຽນວຽກງານທາງດ້ານການປ້ອງກັນ ແລະ ຄວບຄຸມການລະບາດພະຍາດໂຄວິດ-19.

ໂດຍສະເພາະຊ່ວຍຝ່າຍລາວຍົກລະດັບທາງດ້ານເຕັກນິກການກວດເຊື້ອພະຍາດໂຄວິດ (PRC) ເພື່ອຮັບປະກັນໃຫ້ຖ້ຽວບິນຈາກປະເທດລາວເຂົ້າໄປຈີນໄດ້ເປັນປົກກະຕິ.

ການມາຊ່ວຍເຫຼືອຄັ້ງນີ້ທີມແພດຈີນຍັງໄດ້ນໍາເອົາເຄື່ອງອຸປະກອນການແພດມາຊ່ວຍເຫຼືອນໍາອີກ.

ຂໍ້ມູນ-ຮູບພາບ : ສູນຂ່າວສານການແພດ.

0 Comments