ວັນທີ 9 ກຸມພາ 2022 ກະຊວງສາທາລະນະສຸກຂອງໄທ ໄດ້ເປີດເຜີຍກ່ຽວກັບການເຝົ້າລະວັງອາການຂ້າງຄຽງພາຍຫຼັງໄດ້ຮັບການສັກວັກຊິນ ໃນກຸ່ມເດັກອາຍຸ 5-11 ປີ ເຊິ່ງໂດຍປົກກະຕິອາການທີ່ພົບຫຼັງສັກວັກຊິນໄຟເຊີສຳລັບເດັກ ເຊັ່ນ: ປວດບວມ, ປວດຫົວ, ອ່ອນເພຍ, ເປັນໄຂ້
ຕ້ອງສັງເກດອາການຫຼັງການສັກວັກຊິນຢ່າງນ້ອຍ 30 ນາທີ ໃນເວລາທີ່ເຮົາສັກຢາ ແລະອາການດັ່ງກ່າວນັ້ນມັນຈະຫາຍດີໄດ້ເອງເມື່ອກິນຢາລົດໄຂ້ ແລະພັກຜ່ອນໃຫ້ພຽງພໍ
ທັງນີ້ ຫຼັງສັກຢາວັກຊິນໄດ້ 1 ອາທິດແລ້ວ, ຜູ້ປົກຄອງຄວນເບີ່ງແຍງບໍ່ໃຫ້ລູກເຕົ້າອອກກຳລັງກາຍ ເຮັດຫັ້ນ ເຮັດນີ້ ຫລືກິດຈະກຳທີ່ໃຊ້ກຳລັງແຮງຫຼາຍໆ ເປັນເວລາ 7 ວັນ
ເພື່ອປ້ອງກັນພາວະແຊກຊ້ອນ ຫາກເກີດກ້າມເນື້ອຫົວໃຈອັກເສບ ແລະເກີດອາການຮຸນແຮງພາຍຫຼັງໄດ້ຮັບວັກຊິນ ເຊັ່ນ: ເຈັບໜ້າອັກ, ຫາຍໃຈໄວ, ເມື່ອຍງ່າຍ, ໃຈສັ່ນ, ມີໄຂ້ສູງກວ່າ 39 ອົງສາ, ປວດຫົວຮຸນແຮງ, ປວດຮາກ, ກິນອາຫານບໍ່ໄດ້ ຫລືຊຶມບໍ່ຮູ້ສຶກຄີງ ຄວນໄປພົບແພດທັນທີ
0 Comments