ໂຄງການກໍ່ສ້າງເຮືອນ ຈໍານວນ 700 ຫລັງ ໃຫ້ຜູ້ປະສົບໄພຈາກເຫດການສັນເຂື່ອນ D ຂອງເຂື່ອນເຊປຽນ-ເຊນໍ້ານ້ອຍແຕກສຳເລັດໄປ 88,80%

ໂຄງການກໍ່ສ້າງເຮືອນ ຈໍານວນ 700 ຫລັງ ໃຫ້ຜູ້ປະສົບໄພຈາກເຫດການສັນເຂື່ອນ D ຂອງເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ທີ່ໄດ້ຍົກຍ້າຍໄປຢູ່ບ່ອນໃໝ່ເປັນເຂດເນີນສູງຫ່າງຈາກບ້ານ

ເ.ກົ່າຫລາຍສົມຄວນ ເຊີ່ງເປັນທຶນຂອງຜູ້ພັດທະນາເຂື່ອນດັ່ງກ່າວ ຈຳນວນ 24,5 ລ້ານໂດລາສະຫະລັດ ວາງຄາດໝາຍຈະໃຫ້ສໍາເລັດພາຍໃນປີ 2021, ແຕ່ຜ່ານການກໍ່ສ້າງຕົວຈິງ ບໍ່ສໍາເລັດຕາມທີ່ຄາດໝາຍໄວ້.ທ່ານ ສຸລິວົງ ອະໄພວົງ, ເຈົ້າເມືອງສະໜາມໄຊ, ແຂວງອັດຕະປື ໃຫ້ສໍາພາດຜ່ານລາຍການຮອບບ້ານຜ່ານເມືອງຂອງວິທະຍຸກະຈາຍສຽງແຫ່ງຊາດລາວ ໃນວັນທີ 21 ກຸມພາ 2022 ວ່າ:

ເຮືອນ ຈໍານວນ 700 ຫລັງ ເລີ່ມລົງມືກໍ່ສ້າງນັບແຕ່ກາງປີ 2020 ເປັນຕົ້ນມາ ໂດຍແມ່ນ ບໍລິສັດ ວັນແສງພັດທະນາ ກໍ່ສ້າງ ຈໍາກັດຜູ້ດຽວ ເປັນຜູ້ສໍາປະທານກໍ່ສ້າງ.ມາຮອດປັດຈຸບັນ ສາມາດກໍ່ສ້າງສໍາເລັດ ແລະ ມອບໃຫ້ປະຊາຊົນນໍາໃຊ້ແລ້ວມີ 401 ຫລັງ, ສ່ວນອີກ 299 ຫລັງ,

ການກໍ່ສ້າງແມ່ນເກືອບສໍາເລັດສົມບູນ ແຕ່ບໍ່ສາມາດມອບໃຫ້ປະຊາຊົນຄຸ້ມຄອງນໍາໃຊ້ໄດ້ເທື່ອ ແຕ່ໂດຍລວມການກໍ່ສ້າງເຮືອນທັງ 700 ຫລັງ ຕີລາຄາໄດ້ວ່າສຳເລັດແລ້ວ 88,80%.ເຫດຜົນທີ່ເຮັດໃຫ້ການກໍ່ສ້າງຫລ້າຊ້າ ຍ້ອນຫລາຍປັດໃຈ ເປັນຕົ້ນ: ສະພາບອາກາດບໍ່ອໍານວຍ,

ການຈັດສັນທີ່ດິນປຸກສ້າງບໍ່ທັນລະອຽດເທົ່າທີ່ຄວນ ແລະ ການນໍາເຂົ້າວັດຖຸກໍ່ສ້າງໃນໄລຍະເບື້ອງຕົ້ນມີຄວາມຫຍຸ້ງຍາກຍ້ອນບັນຫາເສັ້ນທາງເຂົ້າຫາສະຖານທີ່ກໍ່ສ້າງ. ນອກຈາກນີ້ ແມ່ນບັນຫາການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ການນໍາເຂົ້າແຮງງານຈາກແຂວງອື່ນມີຄວາມຫຍຸ້ງຍາກຍ້ອນການປິດເມືອງ.ເຈົ້າເມືອງສະໜາມໄຊ ໃຫ້ຮູ້ຕື່ມວ່າ:

ເຮືອນ 299 ຫລັງ ທີ່ຍັງບໍ່ທັນສໍາເລັດນີ້ ອົງການປົກຄອງເມືອງ ໄດ້ປຶກສາກັບບໍລິສັດສໍາປະທານກໍ່ສ້າງ ແລະ ພາກສ່ວນກ່ຽວຂ້ອງ ວາງຄາດໝາຍຈະກໍ່ສ້າງໃຫ້ສໍາເລັດພາຍໃນ ເດືອນເມສາ ປີ2022 ນີ້ ຈິ່ງຂໍໃຫ້ປະຊາຊົນຜູ້ປະສົບໄພທີ່ຍັງບໍ່ທັນໄດ້ຮັບເຮືອນຢູ່ຖາວອນໃຫ້ມີຄວາມອົດທົນ ແລະ ເຫັນໃຈອົງການປົກຄອງເມືອງ ແລະ ບໍລິສັດສໍາປະທານກໍ່ສ້າງ ເພາະໄດ້ເອົາໃຈໃສ່ປະຕິບັດທຸກວຽກງານຢ່າງສຸດຄວາມສາມາດແລ້ວ.

ການກໍ່ສ້າງເຮືອນຢູ່ຖາວອນໃຫ້ປະຊາຊົນທີ່ປະສົບໄພດັ່ງກ່າວນີ້

ແບ່ງອອກເປັນ 4 ປະເພດ ຄື: ປະເພດທີ 1: ເຮືອນກໍ່ສອງຊັ້ນ; ປະເພດທີ 2: ເຮືອນເຄິ່ງກໍ່ເຄິ່ງໄມ້; ປະເພດທີ 3: ເຮືອນກໍ່ຊັ້ນດຽວ ແລະ ປະເພດທີ 4: ເຮືອນມີກ້ອງຕະລ່າງ ໂດຍຈັດແບ່ງໃຫ້ປະຊາຊົນຕາມຜົນເສຍຫາຍ ຫຼື ຖານະແຕ່ລະຄອບຄົວຈາກການປະເມີນຂອງຄະນະຮັບຜິດຊອບທີ່ກ່ຽວຂ້ອງຢ່າງລະອຽດແລ້ວ,

ເຊີ່ງ ເຮືອນແຕ່ລະຫລັງເມື່ອໄດ້ມອບໃຫ້ປະຊາຊົນຄຸ້ມຄອງນໍາໃຊ້ແລ້ວ ມີໄລຍະເວລາຮັບປະກັນ 1 ປີ.

ສໍາລັບເຫດການສັນເຂື່ອນ D ຂອງເຂື່ອນເຊປຽນ-ເຊນໍ້ານ້ອຍ ທີ່ເມືອງສະໜາມໄຊ, ແຂວງອັດຕະປື ແຕກພັງ ແມ່ນເກີດຂຶ້ນໃນຄືນວັນທີ 23 ກໍລະກົດ ປີ 2018.

0 Comments