ເກີດເຫດໄຟໄໝ້ເຮືອນຫລູ ສູນກວ່າ 7,061,298,940 ກີບ

ວັນທີ 15 ກຸມພາ 2022 ຜ່ານມາ ເຈົ້າໜ້າທີ່ກູ້ໄພໄດ້ຮັບແຈ້ງເກີດເຫດໄຟໄໝ້ເຮືອນຕິດກັບບໍລິສັດ ເມື່ອໄປຮອດຈຸດເກີດເຫດກໍ່ພົບວ່າໄພໄດ້ໄໝ້ຢ່າງຮຸນແຮງ ເຈົ້າໜ້າທີ່ຈຶ່ງລະດົມສີດນໍ້າເພື່ອຄວບຄຸມໃຊ້ເວລາ 1 ຊົ່ວໂມງຈຶ່ງສາມາດດັບໄຟໄດ້

ນາງ ອໍຣະໄທ ໄກຣຍະຊານ ອາຍຸ 50 ປີ ເຈົ້າຂອງເຮືອນ ແລະແມ່ເປັນເຈົ້າຂອງໂຮງງານເລົ່າວ່າ ໄຟໄໝ້ຢູ່ບໍລິເວນຊັນ 2 ຂອງບ້ານ ຕອນກຳລັງລົມໂທລະສັບຢູ່ ຈາກນັ້ນກໍ່ມີສຽງດັງຄ້າຍກັບວ່າມີຄົນເອົາຫຍັງມາຂວາງໃສ່ຫຼັງຄາເຮືອນ ຈຶ່ງຢ່າງອອກມາເບິ່ງ ແລ້ວບໍດົນພະນັກງານກໍ່ແລ່ນມາບອກວ່າມີຄວັນອອກຢູ່ບໍລິເວນຊັ້ນ 2 ຂອງບ້ານ ແລ້ວໄຟກໍ່ລຸກໄໝ້ຢ່າງໄວວາ

ຕອນນັ້ນຕົກໃຈແຮງ ເຮັດຫຍັງບໍ່ຖືກ ໄດ້ແຕ່ເອົາໝາອອກມາໄດ້ ໂດຍບໍ່ໄດ້ຊັບສິນຫຍັງຈັກຢ່າງ ໂຊກດີທີ່ບໍ່ໄຟບໍ່ໄດ້ໄໝ້ລາມໄປໂຮງງານ ສາງຫ້ອງເຢັນທີ່ຢູ່ຕິດກັນ ບໍ່ເຊັ່ນນັ້ນຈະສູນເສຍຫຼາຍເທົ່າກວ່ານິ້

ຈຸດເກີດເຫດໄຟໄໝ້ນີ້ເປັນຫ້ອງຂອງລູກຊາຍ ໂດຍພາຍໃນເຮືອນມີຊັບສິນຫຼາຍລາຍການ ເຊັ່ນ: ກະເປົ່າແບນແນມດ ນໍ້າຫອມ, ແລະຕູ້ເຊັບ ຊຶ່ງພາຍໃນມີຊັບສິນຈຳນວນຫຼາຍ ບ້ານຫຼັງນີ້ຫາກໍ່ສ້າງໄດ້ 8 ເດືອນ ມູນຄ່າການກໍ່ສ້າງປະມານ 8 ລ້ານບາດ ຫລື 2,824,345,001 ກີບ ເຊິ່ງຍັງບໍ່ລວມເຟີນີເຈີພາຍໃນບ້ານ ແລະຄາດວ່າຄວາມເສຍຫາຍແມ່ນໜ້າຈະບໍ່ຕໍ່າກວ່າ 20 ລ້ານບາດ ຫລື 7,061,298,940 ກີບ ເຊິ່ງເຮືອນຍັງບໍ່ໄດ້ເຮັດປະກັນໄວ້ ເພາະຫາກໍ່ສ້າງສຳເລັດບໍ່ດົນ

ເຊິ່ງພະນັກງານ ບອກວ່າ ຂະນະເກີດເຫດເວລາປະມານ 13:50 ນາທີ ຕົນເອງກຳລັງຖອຍລົດເພື່ອຈະກັບໃກ້ກັບບ້ານ ເຫັນຄວັນເກີດຂື້ນບໍລິເວນຊັ້ນ 2 ຕົນຈຶ່ງຮີບເຂົ້າມາທີ່ໂຮງງານເພື່ອເອົາຖັງດັບເພີງຂື້ນໄປເພື່ອຈະດັບໄຟ ແຕ່ກໍ່ບໍ່ສາມາດເຂົ້າໄປໃນຫ້ອງນັ້ນໄດ້ ເພາະຄວັນມັນຫຼາຍຈຶ່ງໄດ້ລົງມາ ຈາກນັ້ນໄຟກໍ່ລຸກໄໝ້ຢ່າງໄວວາ ຄາດວ່າເຫດແມ່ນໜ້າຈະມາຈາກໄຟຟ້າລັດວົງຈອນ ເຊິ່ງເຈົ້າໜ້າທີ່ກໍ່ໄດ້ເຂົ້າໄປກວດສອບ ເພື່ອຫາສາເຫດຂອງການເກີດເຫດໄຟໄໝ້ຄັ້ງນີ້ແລ້ວ

ເຫດການນີ້ ແມ່ນເກີດຂື້ນຢູ່ບ້ານໝອງໃສ ອຳເພີເມືອງ ຈັງຫວັດອຸດອນທານີ ປະເທດໄທ

ຂໍ້ມູນ:msn.com

0 Comments