ສັ່ງເຄື່ອງໂອນເງິນແລ້ວບໍ່ສົ່ງເຄື່ອງ ລົງໂທດ 8ປີ ປັບໄໝ 50 ລ້ານກີບ

ອັນທີ່ຮ້າຍແຮງກວ່ານັ້ນ ເປັນເລື່ອງທີ່ເຖິງຂັັ້ນມີການຮ້ອງຟ້ອງດຳເນີນຄະດີກັນກໍມີ ຍ້ອນວ່າມີກຸ່ມຄົນບໍ່ດີສວຍໃຊ້ໂອກາດແບບນີ້ສ້າງເພຈຂຶ້ນມາເພື່ອຫລອກດວງໂພສຂາຍສິນຄ້າຕ່າງໆນານາ

ທັງໆທີ່ສິນຄ້າເຫລົ່ານັ້ນຜູ້ເອົາມາໂພສອາດຈະບໍ່ມີສິນຄ້າຢູ່ຈິງ ສົ່ງຜົນໃຫ້ມີການໂພສປະຈານກັນລົງໃນສື່ອອນລາຍ ສ່ວນເຈົ້າຂອງເພຈກໍຈະມີການບ່າຍບ່ຽງໄປໜ້າຕິກໆ ແລະ ບັອກຊ່ອງທາງການຕິດຕໍ່ຂອງຜູ້ທີ່ເສຍຫາຍໄປເລີຍກໍມີ.

ສະນັ້ນເຮົາຕ້ອງມີສະຕິ ສຶກສາຂໍ້ມູນໃຫ້ລະອຽດກ່ອນໃນການຈະສັ່ງຊື້ສິນຄ້າຕ່າງໆທາງອອນລາຍ ເຊັ່ນ: ກວດຂໍ້ມູນຮ້ານໃຫ້ລະອຽດ, ລະບຸທີ່ຢູ່ບໍ່, ມີຕົວຕົນແທ້ບໍ່, ເປັນຄົນລາວ ຫລື ຕ່າງປະເທດ, ມີເບີໂທລະສັບທີ່ເປີດໃຊ້ປະຈຳບໍ່ ແລະ ບັນຊີຮັບເງິນກົງກັບບັດປະຈຳຕົວບໍ່?

ແຕ່ທ່ານຮູ້ຫລືບໍ່ວ່າ ການຫລອກລວງ ເປັນສິ່ງຜິດກົດໝາຍ ມີໂທດທາງອາຍາ ຈະຖືກດຳເນີນຄະດີ ແລະ ປັບໃໝດັ່ງນີ້:

ຊົມຄລິບ:

0 Comments