ມອບ-ຮັບລົດຈັກ ທີ່ເກັບກູ້ໄດ້ ຄືນເຈົ້າຂອງເດີມ
ໃນວັນທີ 27 ມັງກອນ 2022, ທີ່ຫ້ອງຕໍາຫຼວດ ປກສ ນວ, ພັທ ສັງຄົມ ພົມມະລາດ ຮອງຫົວໜ້າພະແນກຕໍາຫຼວດ ຈະລາຈອນ ນວ, ພ້ອມຄະນະ, ໄດ້ມອບລົດຈັກເວບ 100 ສີດໍາ ໝາຍເລກຖະບຽນ ຕຕ 1818 ກໍາແພງນະຄອນ ທີ່ເກັບກູ້ຄືນໄດ້
ພາບປະກອບຂ່າວ |
ວັນທີ 13 ມັງກອນ 2022, ຜ່ານມານີ້ ຈຶ່ງໄດ້ຄືນໃຫ້ ນາງ ຄອນສະຫວັນ ພະນັກງານ ຢູ່ບ້ານ ສີບຸນເຮືອງທົ່ງ ເມືອງສີໂຄດຕະບອງ ນວ. ພັທ ສັງຄົມ ພົມມະລາດ
ໃຫ້ຮູ້ວ່າ: ລົດຈັກທີ່ນໍາມາມອບນີ້, ຕໍາຫຼວດ ຈະລາຈອນ ນວ ກວດພົບ ແລະ ກັກໄດ້ໃນເວລາປະຕິບັດໜ້າທີ່ກວດກາຈັດສັນຄວາມເປັນລະບຽບຮຽບຮ້ອຍ ຢູ່ຈຸດໄຟອໍານາດໜອງໜ່ຽງ ເມືອງໄຊເສດຖາ
ໄດ້ກວດຊາຍ ອາຍຸປະມານ 50 ປີ ຂັບຂີ່ລົດຄັນດັ່ງກ່າວມາ ຜ່ານຈຸດກວດກາເຈົ້າໜ້າທີ່ ຂໍກວດເອກະສານ ແຕ່ຜູ້ຂັບຂີ່ບໍ່ມີເອກະສານມາຢັ້ງຢືນ ຈິ່ງໄດ້ກັກລົດພ້ອມຜູ້ຂັບຂີ່ ມາສອບສວນ ຜູ້ກ່ຽວຮັບສາລະພາບວ່າ:
ລົດຄັນດັ່ງກ່າວ ໄດ້ຊື້ມາຈາກຊາຍບໍ່ຊາບຊື່ ແລະ ທີ່ຢູ່ ໃນລາຄາ 3 ລ້ານກີບ. ກ່ອນລົດຈັກເສຍຫາຍ ນາງ ຄອນສະຫວັນ ເຈົ້າຂອງລົດ ໃຫ້ຮູ້ວ່າ: ເວລາ 10:40 ໂມງ ວັນທີ 4 ສິງຫາ 2021, ອ້າຍເຂີຍຂອງຕົນ ໄດ້ຂັບຂີ່ລົດຈັກຄັນດັ່ງກ່າວ ໄປຈອດຢູ່ຮ່ອມ 14 ບ້ານສີບຸນເຮືອງທົ່ງ ເມືອງສີໂຄດຕະບອງ ໄປລົມວຽກນໍາກໍາມະກອນ ປະມານ 5 ນາທີ ແຕ່ບໍ່ໄດ້ມອດຈັກລົດ ແລະ ບໍ່ໄດ້ຖອດກະແຈລົດ.
ພາຍຫຼັງລົດຈັກຖືກຄົນຮ້າຍລັກໄປຈຶ່ງແຈ້ງຄວາມ. ມາຮອດ ວັນທີ 27 ມັງກອນ 2022, ຕໍາຫຼວດຈະລາຈອນ ນວ ຈຸດກວດກາໄຟອໍານາດໜອງໜ່ຽງ ຈຶ່ງກວດພົບເຫັນແລ້ວກັກໄວ້. ຕໍ່ກັບເຫດການດັ່ງກ່າວ ກອງບັນຊາການ ປກສ ນວ ຮຽກຮ້ອງມາຍັງເຈົ້າຂອງຊັບ, ສິ່ງຂອງ ໃຫ້ເພີ່ມທະວີເອົາໃຈໃສ່ຄຸ້ມຄອງຊັບສິນຂອງຕົນໃຫ້ດີ ບໍ່ຄວນມັກງ່າຍຖືເບົາ ເພື່ອຫຼີກລ່ຽງການກໍ່ຄວາມເສຍຫາຍຕາມມາ
ຊົມຄລິບ
0 Comments