#ອ່ານຈົບພົບແສງສະຫວ່າງທາງໃຈ
ມີຊາຍ-ຍິງຄູ່ໜຶ່ງຮັກກັນຫຼາຍ ຄົບກັນມາ 3 ປີ ທັງສອງຄົນ ຈຶ່ງຕົກລົງຈະແຕ່ງງານກັນ ເມື່ອກຳນົດວັນແຕ່ງຮຽບຮ້ອຍ ຝ່າຍຊາຍເອງກໍລໍວັນທີ່ຈະແຕ່ງງານ ຕໍ່ມາບໍ່ດົນຝ່າຍຊາຍກໍຮູ້ຂ່າວວ່າ ຄູ່ຮັກຂອງຕົນແຕ່ງງານກັບຄົນອື່ນຢ່າງກະທັນຫັນ ໂດຍຝ່າຍຍິງເອງກໍເຕັມໃຈ ບໍ່ໄດ້ຖືກບັງຄັບແຕ່ຢ່າງໃດ ເມື່ອໄດ້ຮູ້ຂ່າວ ລາວກໍງົງ ແລະ ເສຍໃຈທີ່ສຸດ ຮ້ອງໃຫ້ກິນບໍ່ໄດ້ນອນບໍ່ເປັນ ປ່ວຍໜັກເພາະຕອມໃຈ ເວລາຜ່ານໄປຝ່າຍຊາຍກໍປ່ວຍໜັກຂຶ້ນເລື້ອຍໆ ໄປປິ່ນເທົ່າໃດເທື່ອກໍບໍ່ດີຂຶ້ນ
ຂະນະທີ່ນອນຊຸດໂຊມຢູ່ນັ້ນ ຍາປູ່ເຖົ້າຜ່ານມາ ເມື່ອມາເຖິງຍາປູ່ເຖົ້າກໍໄດ້ຢຸດຢູ່ທີ່ໜ້າບ້ານ ແລ້ວກໍເບິ່ງເຂົ້າໄປໃນເຮືອນຈຶ່ງເຄາະປະຕູ ຄົນຮັບໃຊ້ອອກມາເປີດປະຕູພົບວ່າເປັນ ເປັນພຣະ ຈຶ່ງບອກວ່າ "ບໍ່ໃສ່ບາດນິມົນໄປຂ້າງໜ້າ" ຍາປູ່ຍິ້ມຢ່າງມີເມດຕາແລ້ວເວົ້າວ່າ "ອາຕະມາບໍ່ໄດ້ມາບິນທະບາດ ໃນເຮືອນມີຄົນປ່ວຍແມ່ນບໍ ອາຕະມາພໍມີຄວາມຮູ້ດ້ານການແພດເລັກນ້ອຍບໍ່ຮູ້ຈະຊ່ວຍໄດ້ຫຼືບໍ່?" ຄົນຮັບໃຊ້ຟັງແລ້ວກໍອຶ້ງແຕ່ກໍບອກວ່າ ຕັດສິນໃຈເອງບໍ່ໄດ້ຕ້ອງໄປຖາມເຈົ້ານາຍກ່ອນ ຄົນຮັບໃຊ້ກໍຍ່າງເຂົ້າໄປໃນເຮືອນຖາມເຈົ້ານາຍ ເຈົ້ານາຍຕອບຢ່າງຕັດລຳຄານວ່າ "ຢາກເຂົ້າມາ ກໍເຂົ້າມາ!" ເມື່ອຍ່າປູ່ເຂົ້າໄປພົບທີ່ຫ້ອງນອນເຫັນວ່າ
ຊາຍຄົນດັ່ງກ່າວນອນຢ່າງໝົດອາໄລຕາຍຢາກຢູ່ເທິງຕຽງ ສີໜ້າຊີດຫຼ່າເຫຼືອງ ຮ່າງກາຍຊູບຜອມ ເຄິ່ງຄົນເຄິ່ງສົບ ຄົນຮັບໃຊ້ນຳນ້ຳມາຖວາຍຍ່າປູ່ ພ້ອມຈັດຕັ່ງອີ້ຖວາຍຂ້າງໆຕຽງຂອງຊາຍຄົນນັ້ນ ຍ່າປູ່ຍິ້ມແລ້ວເວົ້າວ່າ "ອາການໜັກເລີຍນໍ" ຊາຍຄົນນັ້ນ ນິ້ງງຽບບໍ່ສົນໃຈໃນສິ່ງທີ່ຍ່າປູ່ເວົ້າ ຍາປູ່ກວດເບິ່ງອາການພໍເປັນພິທີ ຈຶ່ງກ່າວ່າ "ໂຊມຫຼາຍນໍ" ຊາຍຄົນນັ້ນບໍ່ສົນໃຈ ຍາປູ່ບອກວວ່າ "ບໍ່ເຊື່ອ ລອງແນມເບິ່ງແວ່ນຕິ໋" ຊາຍຄົນນັ້ນບໍ່ສົນໃຈ
ແຕ່ຂະນະທີ່ຫາງຕາຊາຍວາດໄປທີ່ແວ່ນແຕ່ງໂຕໃນຫ້ອງນອນຂອງຕົນ ລາວເຫັນພາບຂອງຄົນທີ່ຮັກໃນນັ້ນ ບໍ່ດົນພາບຂອງຄົນຮັກກໍຄ່ອຍໆຈາງຫາຍໄປກາຍເປັນພາບທິວທັດຊາຍທະເລ ທີ່ຊາຍທະະເລແຫ່ງນັ້ນງຽບສະຫງັດ ບໍ່ມີຄົນເດີນຜ່ານໄປມາຂະນະທີ່ຊາຍຄົນປ່ວຍນັ້ນ ເບິ່ງພາບໃນແວ່ນດ້ວຍຄວາມສົນໃຈ ລາວພົບວ່າ ມີສົບຍິງສາວນອນເປືອຍກາຍຢູ່ທີ່ຊາຍຫາດ ເວລາຜ່ານໄປບຶດໜຶ່ງ ມີຊາຍຄົນໜຶ່ງເດີນຜ່ານມາ ລາວເບິ່ເຫັນສົບຍິງຄົນນັ້ນດ້ວຍຄວາມລັງກຽດ ແລ້ວເດີນຜ່ານໄປຢ່າງຮີບດ່ວນ ຕໍ່ມາມີຊາຍອີກຄົນໜຶ່ງເດີນຜ່ານມາ ລາວເຫັນສົບນັ້ນ ລາວສົງສານຈຶ່ງຖອດເສື້ອອອກມາຄຸມຮ່າງກາຍຍິງຄົນນັ້ນ ແລ້ວກໍເດີນຈາກໄປ
ເວລາຕໍ່ມາເຊັ່ນກັນ ມີຊາຍອີກຄົນເດີນຜ່ານມາ ລາວພົບຄົນນອນມີຜ້າຄຸມຢູ່ ຈຶ່ງເປີດອອກເບິ່ງ ເມື່ອພົບວ່າ ເປັນສົບ ດ້ວຍໃຈສົງສານ ຈຶ່ງຈະຝັງສົບໃຫ້ຮຽບຮ້ອຍ ແຕ່ກໍບໍ່ມີເຄື່ອງມືທີ່ຈະຂຸດ ລາວຈຶ່ງຕັດສິນໃຈໃຊ້ມືທັງສອງຂ້າງ ຄ່ອຍໆກອບຊາຍຂຶ້ນມາ ລາວເຮັດແບບນີ້ໄປເລື້ອຍໆຈົນຄ່ຳ ພໍໄດ້ຫຼຸມໃຫຍ່ພໍສົມຄວນຈຶ່ງໄດ້ຝັງສົບຍິງຄົນນັ້ນຮຽບຮ້ອຍແລ້ວຈຶ່ງຈາກໄປ
ຈາກນນັ້ນ ພາບໃນແວ່ນກໍປ່ຽນເປັນພາບຂອງສົບຍິງຄົນນັ້ນ ແລະ ກໍຄ່ອຍໆປ່ຽນເປັນພາບຂອງຍິງທີ່ຮັກ ລາວໄດ້ເຫັນກໍຕົກໃຈ ພໍໄລຍະໜຶ່ງ ກໍປາກົດເປັນພາບຊາຍຄົນທີ່ສອງ (ຊາຍທີ່ເອົາເສື້ອມາຄຸມສົບ) ແລ້ວພາບກໍຄ່ອຍໆຈາງຫາຍໄປ ເຫຼືອແຕ່ເງົາຂອງໂຕເອງໃນແວ່ນ ທັນໃດນັ້ນຍາປູ່ກໍເວົ້າວ່າ "ທີ່ນີ້ເຂົ້າໃຈ ຫຼືຍັງ ສົບນັ້ນຄືຄູ່ຮັກຂອງໂຍມ ຊາຍຄົນທີ່ຝັງສົບນາງ ຜູກວາດສະໜາກັບນາງໜຶ່ງຊາດ ຊາດນີ້ນາງເລີຍໄດ້ແຕ່ງງານກັບເຂົາ ສ່ວນພໍ່ອອກຊ່ວຍເອົາເສື້ອມາຄຸມສົບ ຈຶ່ງຜູກວາດສະໜາ 3 ປີ ຕອນນີ້ຄົບ 3 ປີວາດສະໜາສິ້ນແລ້ວກໍຕ້ອງຈາກກັນ"
ເມື່ອຊາຍຄົນນັ້ນຟັງຈົບກໍໄອເລືອດອອກ ຄົນຮັບໃຊ້ຕົກໃຈແຮງ ສ່ວນຍາປູ່ຍິ້ມແລ້ວບອກວ່າ "ພໍ່ອອກລອດແລ້ວ ເມື່ອກີ້ພໍ່ອອກໄອເລືອດອອກ ເອົເລືອດເສຍອອກມາແລ້ວ" ຕໍ່ມາບໍ່ດົນ ຊາຍຄົນນັ້ນກໍໄດ້ອອກບວດຕິດຕາມຍາປູ່ອົງນັ້ນໄປໃນທີ່ສຸດ ຄົນເຮົາພົບກັນ ບໍ່ແມ່ນເລື່ອງບັງເອິນ ຄວາມສຳພັນພໍ່, ແມ່, ອ້າຍ, ນ້ອງ, ຍາດ, ເພື່ອນ, ສັດຕູ, ສັດຕູ, ຄົນຮັກ ຯລຯ ບໍ່ແມ່ນຂອງເລື່ອນລອຍມີວາດສະໜາບໍ່ຕ້ອງຮຽກຮ້ອງ ເຖິງເວລາກໍມາພົບກັນ ເມື່ອສິ້ນວາດສະໜາ ກໍຕ້ອງຈາກກັນ ດຶງໄວ້ແນວໃດກໍບໍ່ຢູ່
ໃນຕອນທີ່ຍັງບໍ່ຈາກກັນນີ້
ທ່ານໄດ້ເຮັດດີຕໍ່ຄົນຂອງທ່ານ ຫຼືຍັງ
ເພາະເຖິງເວລາທີ່ຕ້ອງຈາກກັນ ບໍ່ວ່າທ່ານຈະມີເງິນ ຫຼືອຳນາດຈົນລົ້ນຟ້າ ກໍຮຽກມັນກັບຄືນມາບໍ່ໄດ້ ເຮັດດີຕໍ່ກັນໄວ້ດີກວ່າ ເພາະບໍ່ມີໃຜຮູ້ວ່າ ເຮົາຈະຕ້ອງຈາກກັນເມື່ອໃດ
ທຸກໆວາຈີກຳ ກາຍະກຳ ແລະ ມະໂນກຳ ທີ່ເຮົານຶກຄິດ ເວົ້າ ລ້ວນເປັນກຳໝົດ ຢູ່ທີ່ເຈດຕະນາເປັນບຸນ ຫຼື ບາບ ລ້ວນສົ່ງຜົນຕໍ່ປັດຈຸບັນ ແລະ ອະນາຄົດທັງນັ້ນ...ທຳມະສາທຸ
ຂໍ້ມູນ:
0 Comments