ສະເໜ່ເມືອງເຟືອງ
ເມືອງເຟືອງ ເປັນອີກເມືອງໜຶ່ງທີ່ມີທັດສະນິຍະພາບອັນສວຍສົດງົດງາມ ເຕັມໄປດ້ວຍມົນສະເໜ່ທາງດ້ານທຳມະຊາດແບບທ້ອງຖິ່ນ ແລະ ຖືເປັນສະຖານທີ່ທ່ອງທ່ຽວທີ່ໄດ້ຮັບຄວາມນິຍົມຢູ່ຕະຫຼອດ ທັ່ງນັກທ່ອງທ່ຽວຕ່າງປະເທດ ລວມເຖີງຄົນລາວນໍາກັນເອງເນື່ອງຈາກການເດີນທາງຄ່ອນຂ້າງສະດວກສະບາຍ ໄລຍະທາງກໍ່ບໍ່ໄກຈາກນະຄອນຫຼວງວຽງຈັນຫຼາຍ. ອ້ອມຮອບດ້ວຍພູຫີນປູນທີ່ໃຫ້ຄວາມຮູ້ສຶກແປກຕາ ມາພ້ອມກັບທິວທັດທີ່ງາມແທ້ງາມວ່າ ງາມຈົນລືມຫາຍໃຈກັນໄປເລີຍພຸ້ນແຫຼະ! 


ນະຄອນຫຼວງວຽງຈັນ - ເມືອງເຟືອງ ໃຊ້ເວລາເດີນທາງປະມານ 2-3 ຊົ່ວໂມງເທົ່ານັ້ນ.
ໂລເຄຊັ່ນ: ເມືອງເຟືອງ, ແຂວງວຽງຈັນ Fueng District, Vientiane Province
https://maps.app.goo.gl/233Q96mrTAKX12B7A
Cr: ລວມພາບສະຖານທີ່ທ່ອງທ່ຽວ ເມືອງເຟືອງ ແຂວງວຽງຈັນ
0 Comments
Post a Comment