ປຸ້ນຜິດຄົນແລ້ວ!! ເກືອບເອົາຊີວິດບໍ່ລອດ

ຈາກການລາຍງານຂອງເຈົ້າໜ້າທີ່ ປກສ ກຸ່ມ 1 ຈອມມະນີ ໃຫ້ຮູ້ວ່າ:

ເວລາປະມານ 18:40 ໂມງ ຂອງວັນທີ 19 ກຸມພາ 2022 ຜ່ານມານີ້ ໄດ້ມີຄົນຮ້າຍເພດຊາຍ 1 ຄົນ ຂັບຂີ່ລົດຈັກຍີ່ຫຍໍ້ສະແມດ ສີດໍາແດງ

ບໍ່ຕິດປ້າຍທະບຽນ ຍາດຊີງຊັບເອົາໂທລະສັບມືຖື ຂອງນາງ ອໍາໄພ ອາຍຸ 19 ປີ ນັກຮຽນ ຢູ່ບ້ານອາມອນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ, ຕໍ່ໜ້າໂຮງໝໍ 150 ຕຽງ ແລ້ວຂັບຂີ່ລົດຈັກເອົາຕົວຫຼົບໜີໄປທາງ ຂ້າງກົມໃຫຍ່ພະລາທິການກອງທັບ.

ນາງ ອໍາໄພ ຈິ່ງຂັບຂີ່ລົດຈັກໄລ່ນໍາຄົນຮ້າຍ ພໍຮອດ 3 ແຍກໜ້າອະນຸສອນສະຖານ ໄກສອນ ພົມວິຫານ ຈິ່ງຂັບຂີ່ລົດຈັກຕໍາລົດຈັກຄົນຮ້າຍ ແລ້ວລົ້ມລົງ ແລະ ຮ້ອງຂໍໃຫ້ຄົນມາຊ່ວຍເຫຼືອ ສາມາດຈັບໄດ້ ຊາບຊື່ພາຍຫຼັງຜູ້ກໍ່ເຫດຊີງຊັບ ແມ່ນ ທ້າວ ຈອນນີ ຫວ່າງງານ ຢູ່ບ້ານຈອມມະນີ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.

ຕໍ່ກັບຄະດີດັ່ງກ່າວ ທາງເຈົ້າໜ້າທີ່ ປກສ ກຸ່ມ 1 ຈອມມະນີ ໄດ້ນໍາສົ່ງໃຫ້ກອງບັນຊາການ ປກສ ເມືອງໄຊເສດຖາ ດໍາເນີນຄະດີຕາມຂັ້ນຕອນກົດໝາຍ.

ຊົມຄລີບ

0 Comments