ໃນເວລາ 10:28 ໂມງຂອງວັນທີ 3 ກຸມພາ 2022 ທີ່ຜ່ານມານີ້ ເກີດເຫດລົດບັນທຸກຄົນໄທ ຢຽບຄົນລາວເສຍຊີວິດຄາທີ ແລ້ວ
ເອົາຕົວຫລົບຫນີ, ແຕ່ເຈົ້າຫນ້າທີ່ສະກັດຈັບຕົວໄດ້ໃນເວລາຕໍ່ມາ
ເຈົ້າຫນ້າທີ່ພະແນກຕຳຫວດຈະລາຈອນ ປກສ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ເຫດການເກີດຂຶ້ນຢູ່ຖະຫນົນ
ຜ່ານບ້ານຫີນສິ່ວ ເມືອງອາດສະພອນ ລົດຄູ່ກໍລະນີເປັນລົດບັນທຸກ ອີຊູຊູ ໄດ້ຂັບຂີ່ ຕາມເສັ້ນທາງຜ່ານບ້ານຫີນສິ່ວ
ມຸ່ງຫນ້າຈາກທິດຕາເວັນອອກ ຫາ ທິດຕາເວຫນຕົກ; ພໍຮອດຈຸດເກີດເຫດ ໄດ້ຕຳກັບລົດຈັກຮອນດາເວບທີ່ຂັບຂີ່ອອກຫນ້າເຮັດໃຫ້ທ້າວ ສີເມືອງ ອາຍຸ 58 ປີ, ບ້ານໂພໄຊ ເມືອງອາດສະພອນຖືກຢຽບເສຍຊີວິດຄາທີ່
ຈາກນັ້ນ ຜູ້ຂັບລົດບັນທຸກຄູ່ກໍລະນີໄດ້ຂີ່ລົດຫລົບຫນີ ອອກຈາກຈູດເຫີດເຫດມຸ່ງຫນ້າໄປທາງເມືອງອຸທຸມພອນ ເຈົ້າຫນ້າທີ່ວິຊາສະເພາະໄດ້ປະສານຫາ ຈະລາຈອນເມືອງອຸທຸມພອນ ຊ່ວຍສະກັດຜູ້ຂັບລົດກຳລັງຫລົບຫນີ; ມາຮອດເວລາ 16:00 ໂມງ ຂອງວັນດຽວກັນ
ເຈົ້າຫນ້າທີ່ສາມາດຈັບຕົວ ຜູ້ຂັບຂີ່ ຊື່ທ້າວ ຈັກກະພົງ ປານແສງ ອາຍຸ 35 ປີ ສັນຊາດໄທ ບ້ານຫນອງກ້າງ ເມືອງສັນບູລີ ແຂວງໄຊນາດ ໄດ້ທີ່ບ້ານໄຊມຸງຄົນ ໄວ້ດຳເນີນຄະດີຕາມກົດມາຍ.
Cr:ເມືອງລາວທັນເຫດການ
0 Comments