ຄົນໃນວົງການບັນເທີງ ພາກັນໄຫວ້ອາໄລເຖິງການເສຍຊີວິດຂອງ “ແຕງໂມ ນິດາ” ຫຼັງຈາກທີ່ນັກສະແດງສາວໄດ້ເສຍຊີວິດຍ້ອນອຸບັດເຫດຕົກເຮືອຈົມແມ່ນໍ້າເຈົ້າພະຍາ.
ຂໍສະແດງຄວາມເສຍໃຈຕໍ່ການຈາກໄປຂອງນັກສະແດງສາວ ທີ່ເປັນທີ່ຮັກແພງຂອງແຟນໆ ແຕງໂມ ນິດາ ອາຍຸ 37 ປີ
ທີ່ເສຍຊີວິດຈາກອຸບັດເຫດຕົກເຮືອກາງແມ່ນໍ້າເຈົ້າພະຍາໃນຄືນວັນທີ 24 ກຸມພາ 2022 ທີ່ຜ່ານມາ ແລະ ໄດ້ພົບສົບໃນເວລາປະມານ 1:10 ໂມງ ຂອງວັນທີ 26 ກຸມພາ 2022 ທ່າມກາງຄວາມເສຍໃຈຂອງຄອບຄົວ, ໝູ່ເພື່ອນ, ຍາດຕິພີ່ນ້ອງ ແລະ ແຟນໆ.
ໂດຍເພື່ອນໆ, ອ້າຍເອື້ອຍນ້ອງໃນວົງການບັນເທີງ ເມື່ອໄດ້ຍິນຂ່າວດັ່ງກ່າວ ລ້ວນແຕ່ໂສກເສົ້າ ແລະ ເສຍໃຈ ເພາະຕະຫຼອດເວລາຂອງການຄົ້ນຫາສົບຂອງນັກສະແດງສາວ
ທຸກຄົນຫວັງວ່າປະຕິຫານຈະເກີດຂຶ້ນ ຂໍໃຫ້ແຕງໂມກັບຄືນມາຢ່າງປອດໄພ. ຈົນກະທັ່ງໄດ້ຮັບການຢືນຢັນວ່າໄດ້ພົບເຫັນສົບອັນໄຮ້ວິນຍານຂອງແຕງໂມ.
ເຮັດໃຫ້ຄົນທີ່ຮັກຫມາກໂມ ອອກມາສະແດງຄວາມເສຍໃຈຜ່ານຊ່ອງທາງຕ່າງໆ
-
0 Comments