ບໍລິສັດ ຮຸ່ງອາລຸນ ຄວ້າລາງວັນທຸລະກິດອາຊຽນດີເດັ່ນແຫ່ງ ສປປ ລາວ

ບໍລິສັດ ຮຸ່ງອາລຸນ ຄວ້າລາງວັນທຸລະກິດອາຊຽນດີເດັ່ນແຫ່ງ ສປປ ລາວ ຂະແໜງຂົນສົ່ງ-ຈັດສົ່ງສິນຄ້າ ປະຈຳປີ 2021

ຮຸ່ງອາລຸນ ໂລຈິສຕິກ ຖືເປັນບໍລິສັດໜຶ່ງທີ່ມີການພັດທະນາໄວໃນການນຳໃຊ້ເທັກໂນໂລຢີເຂົ້າມາຊ່ວຍການບໍລິການຂົນສົ່ງໃນ ສປປ ລາວ. ລ່າສຸດໄດ້ຄວ້າລາງວັນທຸລະກິດອາຊຽນດີເດັ່ນແຫ່ງ ສປປ ລາວ ປະຈຳປີ 2021 ປະເພດບູລິມະສິດດີເດັ່ນ-ຂະແໜງຂົນສົ່ງ-ຈັດສົ່ງສິນຄ້າ ທີ່ມອບ-ຮັບໃນວັນທີ 4 ກຸມພາ 2022 ຜ່ານມາ

ທ່ານ ສີສະຫວັນ ມ່າຢົງເຊີນ ປະທານບໍລິສັດ ຮຸ່ງອາລຸນ ໂລຈິສຕິກ ຈຳກັດຜູ້ດຽວ ໄດ້ກ່າວເຖິງແຮງບັນດານໃຈໃນການສ້າງຕັ້ງ ບໍລິສັດ ຮຸ່ງອາລຸນ ໂລຈິສຕິກ ວ່າ: ຈຸດເລີ່ມຕົ້ນໄດ້ເກີດມາຈາກຄໍາກ່າວຂອງ ພະນະທ່ານ ທອງລຸນ ສີສຸລິດ ໃນກອງປະຊຸມທ່ານນາຍົກພົບປະນັກທຸລະກິດປີ 2017 ທີ່ໄດ້ໃຫ້ຄຳໂອວາດວ່າ: “ນັກທຸລະກິດ ຕ້ອງມີສ່ວນຮ່ວມໃນການເບິ່ງແຍງສັງຄົມ ເພາະສັງຄົມດີ, ສັງຄົມສະຫງົບ ຈຶ່ງເປັນສິ່ງຮັບປະກັນໃຫ້ແກ່ການປະກອບທຸລະກິດເຊັ່ນດຽວກັນ”

ຫຼັງຈາກນັ້ນຕົນເອງ ກໍ່ໄດ້ເລີ່ມສຶກສາ ແລະ ທົດລອງສົ່ງເສີມການລ້ຽງເຜິ້ງ ຢູ່ເມືອງເມີງ, ແຂວງບໍ່ແກ້ວ ເພື່ອຫວັງສ້າງຜະລິດຕະພັນພື້ນບ້ານອອກສູ່ຕະຫຼາດ ແຕ່ມາພົບບັນຫາດ້ານການຈັດສົ່ງ ເຊິ່ງຕອນນັ້ນມີພຽງການຝາກນຳລົດເມໂດຍສານປະຈຳທາງທີ່ບໍ່ສາມາດຈັດສົ່ງໄປປາຍທາງໄດ້ດັ່ງຕ້ອງການ ອີກທັງຍັງຄ່າບໍລິການກໍ່ບໍ່ມີມາດຕະຖານ ແລະ ລາຄາສູງ ເຮັດໃຫ້ບໍ່ສາມາດຄິດໄລ່ຕົ້ນທຶນໄດ້. ດັ່ງນັ້ນ, ດ້ວຍທີ່ຕົວເອງກໍເຮັດທຸລະກິດຕິດພັນກັບການຂົນສົ່ງ ຈຶ່ງເລີ່ມຫັນມາສຶກສາ ແລະ ຕັດສິນໃຈລົງທຶນສ້າງຕັ້ງບໍລິສັດຂົນສົ່ງດ່ວນ ເພື່ອມາຕອບສະໜອງໃຫ້ແກ່ພໍ່ຄ້າຊາວຂາຍໄດ້ຮັບຄວາມສະດວກ, ວ່ອງໄວ,​ປອດໄພ ແລະ​ ມີມາດຕະຖານໂດຍ​ ສະເພາະນຳໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າໃນການບໍລິການ.

ພາຍຫຼັງສ້າງຕັ້ງມາ 3 ປີ ຈົນມາຮອດປັດຈຸບັນ ບໍລິສັດ​ ຮຸ່ງອາລຸນ ກໍ່ໄດ້ມີການເຕີບໃຫຍ່ຂະຫຍາຍຕົວ​ຢ່າງຕໍ່ເນື່ອງ ຈົນສາມາດຂະຫຍາຍສາຂາໄດ້ທັງໝົດ 360 ສາຂາ ແລະ ອີກ 50 ສາຂາ ແມ່ນກຳລັງກຽມເປີດໃຫ້ບໍລິການໃນໄວໆນີ້ ເພື່ອໃຫ້ຄວບຄຸມທຸກເມືອງ ແລະ ເຂດຈຸດສຸ່ມບ້ານໃຫຍ່ທົ່ວປະເທດລາວ ຮຸ່ງອາລຸນ ນອກຈາກການດຳເນີນທຸລະກິດຂົນສົ່ງແລ້ວ, ປະທານ ແລະ ຄະນະຜູ້ບໍລິຫານບໍລິສັດ ຍັງເຮັດໜ້າທີ່ປະກອບສ່ວນຊ່ວຍເຫຼືອສັງຄົມພາຍໃຕ້ຄໍາຂວັນ “ພວກເຮົາໃຫ້ຫຼາຍກວ່າການຂົນສົ່ງ” ເຊິ່ງປັດຈຸບັນນອກຈາກການບໍລິການທີ່ເກັບຄ່າສົ່ງຕາມລາຄາແລ້ວ, ຍັງມີບໍລິການຂົນສົ່ງຟຣີສໍາລັບເຄື່ອງທີ່ບໍລິຈາກ ຫຼື ເຄື່ອງຊ່ວຍເຫຼືອທີ່ມີການຢັ້ງຢືນຈາກອຳນາດການປົກຄອງບ້ານ ຫຼື ພາກສ່ວນລັດ

ຄຽງຄູ່ກັບການປະກອບສ່ວນຊ່ວຍເຫຼືອສັງຄົມ ໂດຍສະເພາະໄລຍະໂຄວິດ-19 ລະບາດ ຜ່ານມາກໍ່ໄດ້ສະໜອງດ້ານວັດຖຸອຸປະກອນໃຫ້ດ່ານທີ່ສະກັດກັ້ນ ແຕ່ລະແຂວງ ມູນຄ່າ 482.610.000 ກີບ.​ ນອກຈາກນີ້,​ ບໍລິສັດຍັງໃຊ້ແຮງງານຄົນລາວ 100% ເຊິ່ງສາມາດສ້າງວຽກເຮັດງານທຳໃຫ້ຄົນລາວໄດ້ຫຼາຍ​ 1.000​ ກວ່າຕຳແໜ່ງງານ

0 Comments