ສາມີທ່ານໃດຜູ້ທີ່ມັກຫຼິ້ນມັກທ່ຽວ ແລະ ບໍ່ມັກເບິ່ງລູກຊ່ວຍພັນລະຍາ ໃຫ້ເບິ່ງເລື່ອງລາວນີ້ເປັນຕົວຢ່າງກໍດີ
ລິນດາ ແມ່ຍິງຊາວໄອຣິສຜູ້ທີ່ອາໄສຢູ່ໃນເຂດຊົນນະບົດ ຂອງປະເທດນິວຊີແລນ ໄດ້ອອກມາປະມູນ “ສາມີຕົນເອງ” ເນື່ອງຈາກລາວປ່ອຍປະລະເລີຍໜ້າທີ່ສາມີ. ເມື່ອບໍ່ດົນມານີ້ ລິນດາ ໄດ້ເຮັດການເປີດປະມູນສາມີຂອງລາວເອງທີ່ມີຊື່ວ່າ ຈອນ ໃນເວັບໄຊ TradeMe ເວັບໄຊຊື້ຂາຍຂອງນິວຊີແລນ
ໂດຍ ລິນດາ ໄດ້ລະບຸລາຍລະອຽດໃນເວັບໄຊວ່າ: ຈອນ ອາຍຸ 37 ປີ ມີສ່ວນສູງ 185 ຊັງຕີແມັດ ແລະ ມີອາຊີບເຮັດຟາມລ້ຽງງົວ. ພ້ອມດ້ວຍລາຍລະອຽດນິໄສໃຈຄໍຕ່າງໆ ວ່າ “ຮັບມືງ່າຍ ມີເຈົ້າຂອງມາແລ້ວຫຼາຍຄົນ ແຕ່ຍັງມີຄວາມຊື່ສັດ ຖ້າໃຫ້ເຂົ້າໃຫ້ນ້ຳຢູ່ຕະຫຼອດ”, “ບໍ່ເວົ້າຫຼາຍ ເວລາໄປທ່ຽວແລ້ວລາວຈະຂັບລົດ”, “ອາດຈະມີກັງວົນແດ່ເວລາຢູ່ບ່ອນໃໝ່ໆ ແຕ່ປັບຕົວໄດ້ດີ”
ນອກຈາກນີ້ ລິນດາ ຍັງລະບຸເຖິງ “ຂໍ້ເສຍ” ຂອງສາມີວ່າເປັນຄົນມັກໄປທຣິບ “ລ່າສັດແລະຕຶກປາກັບໝູ່ເພື່ອນ”. ແຕ່ທຣິບຫຼ້າສຸດຂອງ ຈອນ ນີ້ເຮັດໃຫ້ ລິນດາ ໃຫ້ອະໄພບໍ່ໄດ້ ເພາະວ່າ ຈອນ ໄດ້ໄປທຣິບໃນໄລຍະພັກພາກຮຽນຂອງລູກສອງຄົນທີ່ມີອາຍຸ 4ປີ ແລະ 6ປີ ແລະລູກໆຂອງພວກເຂົາກໍນອນເດິກຂຶ້ນເລື້ອຍໆ ເວລານອນຂອງ ລິນດາ ເອງກໍໜ້ອຍລົງ ເຮັດໃຫ້ລາວເກືອບຈະເປັນບ້າໃນແຕ່ລະມື້
ບໍ່ພຽງເທົ່ານັ້ນ ຈອນ ຜູ້ເປັນສາມີ ຍັງບໍ່ມີເວລາວ່າງຈາກການເຮັດວຽກແລະມັກຈະຖິ້ມໃຫ້ ລິນດາ ໃຫ້ຢູ່ກັບລູກທັງສອງຄົນ ຕາມລຳພັງເກືອບທຸກມື້ ບວກກັບການເດີນທາງທຣິບຕຶກປາອີກ ເລີຍເປັນສາເຫດເຮັດໃຫ້ ລິນດາ ເຈັບເສັ້ນ ແລະ ເຖິງກັບຕ້ອງອອກມາເຮັດການເປີດປະມູນສາມີແບບນີ້ ພ້ອມຖິ້ມທ້າຍວ່າ “ຊື້ແລ້ວບໍ່ຮັບປ່ຽນຄືນ”
ໃນຕອນທຳອິດການປະມູນຄັ້ງນີ້ເບິ່ງຄືວ່າຈະເປັນເລື່ອງຕະຫຼົກ ແຕ່ກໍມີຄົນເຂົ້າມາສະເໜີລາຄາປະມູນເຖິງ 12 ຄັ້ງ ແລະ ລາຄາຂອງສາມີຄົນນີ້ກໍຂຶ້ນຮອດ 100 ໂດລາ ເລີຍ. ນອກຈາກນີ້ ຜູ້ປະມູນບາງສ່ວນຍັງເຜີຍວ່າ ຢາກຮູ້ວ່າສາມີຂອງ ລິນດາ ເປັນແບບໃດ ໃນຂະນະດຽວກັນກໍມີຜູ້ປະມູນບາງຄົນຕິດຕໍ່ມາຫາ ລິນດາ ເພື່ອສະເໜີ
ແລກປ່ຽນຕົວ ຈອນ ກັບສາມີຂອງພວກເຂົາເປັນເວລາ 1 ມື້. ແຕ່ເຖິງຢ່າງນັ້ນ ເວລາຜ່ານໄປບໍ່ດົນປານໃດທາງເວັບໄຊ້ TradeMe ກໍໄດ້ລຶບການປະມູນນີ້ອອກໄປຈາກໜ້າເວັບ ເນື່ອງຈາກວ່າ ລິນດາ ໄດ້ລະເມີດເງື່ອນໄຂແລະຂໍ້ກຳນົດທາງເວັບໄຊ. ທາງເວັບໄຊໄດ້ເຜີຍວ່ານີ້ເປັນຄັ້ງທຳອິດເລີຍທີ່ມີການເປີດປະມູນສາມີຂອງຕົນເອງຜ່ານທາງເວັບໄຊນີ້
Cr: fksavanbannamedia
0 Comments