ການລັກໃຊ້ໄຟຟ້າ ຫຼື ວ່າມີການດັດແປງໝໍ້ນັບໄຟຖືວ່າມີຄວາມຜິດ



ໃນວັນທີ 2 ກຸມພາ 2022 ຜ່ານມານີ້ ລັດວິສາຫະກິດໄຟຟ້າລາວ ສາຂາຫລວງພະບາງ ໄດ້ກວດພົບລູກຄ້າໃຊ້ໄຟປະເພດທຸລະກິດ ລັກນໍາໃຊ້ໄຟຟ້າ ແລະ ແປງຫມໍ້ນັບໄຟ ແລະ ກວດພົບຜູ້ນໍາໃຊ້ໄຟປະເພດຢູ່ອາໄສທັງສອງຖືກດຳເນີນຄະດີຕາມກົດຫມາຍ




ການລົງກວດຄັ້ງນີ້ລັດວິສາຫະກິດ ໄຟຟ້າລາວ ສາຂາແຂວງຫຼວງພະບາງ ສົມທົບກັບ ປກສ ເມືອງປາກອູ ແລະ ປົກຄອງບ້ານຊ່າງໄຫ ລົງກວດກາໝໍ້ນັບໄຟລູກຄ້າຂອງລູກຄ້າປະເພດໄຟທຸລະກິດແຫ່ງໜຶ່ງທີ່ບ້ານຊ່າງໄຫ ເມືອງປາກອູ ແລະ ໄດ້ກວດພົບປະເພດທີ່ຢູ່ອາໄສ ຢູ່ບ້ານນາຫຼວງ ນະຄອນ ຫຼວງພະບາງ ທັງສອງກໍລະນີຈະຖຶກດໍາເນີນຄະດີຕາມລະບຽບກົດໝາຍ


ສໍາລັບ, ການລັກໃຊ້ໄຟຟ້າຫຼືວ່າມີການດັດແປງໝໍ້ນັບໄຟຖືວ່າມີຄວາມຜິດ ເຊິ່ງໃນເບື້ອງຕົ້ນທາງເມື່ອກວດພົບເຫັນ ແມ່ນ ຈະໄດ້ທໍາການຕັດໄຟ ແລະ ປົດໝໍ້ນັບໄຟດັ່ງກ່າວມອບໃຫ້ກັບເຈົ້າໜ້າທີ່ ເພື່ືື່ອດຳເນີນຄະດີ ຕາມລະບຽບກົດໝາຍພ້ອມທັງຄິດໄລ່ຄ່າປັບໃໝ

ຫາກທ່ານເຫັນວ່າເປັນປະໂຫຍດ ກໍ່ຢ່າລືມກົດໄລ້ ແລ້ວທ່ານຈະບໍ່ພາດການຕິດຕາມຂ່າວໃໝ່ໆຈາກພວກເຮົາ

0 Comments