ລາວຂະຫຍາຍສາຍພົວພັນການທູດ ກັບ ສາທາລະນະລັດ ບູລູນດີ

ເພື່ອເປັນການເສີມຂະຫຍາຍສາຍພົວພັນການທູດ ກັບ ບັນດາປະເທດເພື່ອນມິດໃນທົ່ວໂລກ ພ້ອມທັງສົ່ງເສີມການພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ບູຣູນດີ (Republic of Burundi),

ໃນຕອນເຊົ້າຂອງ ວັນທີ 4 ກຸມພາ 2022 ຢູ່ທີ່ສຳນັກງານຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈຳອົງການສະຫະປະຊາຊາດ ທີ່ ນະຄອນ ນິວຢອກ, ສະຫະລັດອາເມລິກາ, ໄດ້ມີພິທີລົງນາມ ໃນຖະແຫຼງການຮ່ວມ ວ່າດ້ວຍ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ ແລະ ສາທາລະນະລັດ ບູຣູນດີ, ໂດຍຕາງໜ້າໃຫ້ລັດຖະບານ ແຫ່ງ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນ ທ່ານ ອານຸພາບ ວົງໜໍ່ແກ້ວ, ເອກອັກ

ຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອົງການ ສປຊ, ແລະ ຕາງໜ້າໃຫ້ລັດຖະບານ ແຫ່ງສາທາລະນະລັດບູຣູນດີ ແມ່ນ ທ່ານ ເຊຟີຣິນ ແມນິຣາຕັງກາ (H.E. Mr. Zéphyrin Maniratanga), ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ, ຜູ້ຕາງໜ້າຖາວອນ ແຫ່ງ ສາທາລະນະລັດ ບູຣູນດີ ປະຈໍາອົງການ ສປຊ ໄດ້ຮ່ວມລົງນາມໃນຖະແຫຼງການຮ່ວມຄັ້ງນີ້ ໂດຍການເຂົ້າຮ່ວມເປັນສັກຂີພິຍານໃນພິທີດັ່ງກ່າວຂອງບັນດານັກການທູດຂອງທັງສອງຝ່າຍ

ໃນໂອກາດດຽວກັນນີ້, ທັງສອງຝ່າຍ ຍັງໄດ້ຢືນຢັນຄືນໃນການສືບຕໍ່ຄວາມພະຍາ ຍາມຮ່ວມກັນ ເພື່ອເສີມຂະຫຍາຍການພົວພັນ ແລະ ຮ່ວມມືໃນດ້ານຕ່າງໆໃນຕໍ່ຫນ້າ, ລວມທັງ ການສະຫນັບສະຫນູນເຊິ່ງກັນ ແລະ ກັນ ໃນເວທີສາກົນ. ປັດຈຸບັນ, ສປປ ລາວ ພວມເຮັດຫນ້າທີ່ເປັນຮອງປະທານ ສະມັດຊາໃຫຍ່ອົງການ ສປຊ ສະໄຫມທີ 76 ແລະ ເພື່ອສືບຕໍ່ຍົກສູງຖານະບົດບາດຂອງຕົນໃນເວທີສາກົນ, ສປປ ລາວ ຍັງໄດ້ສະຫມັກເຂົ້າເປັນສະມາຊິກຂອງສະພາເສດຖະກິດ-ສັງຄົມ ສປຊ (ECOSOC) ສໍາລັບ ສົກປີ 2023-2025 ເປັນຄັ້ງທໍາອິດ. ການສ້າງຕັ້ງສາຍພົວພັນການທູດຄັ້ງນີ້ ແມ່ນເປັນການປະກອບສ່ວນໃຫ້ແກ່ ການຈັດຕັ້ງປະຕິບັດແນວທາງການຕ່າງປະເທດ “ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື” ອັນສະເໝີຕົ້ນສະເໝີປາຍ ຂອງ ສປປ ລາວ ແລະ ເຮັດໃຫ້ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ມີສາຍພົວພັນການທູດ ກັບ 148 ປະເທດ ໃນທົ່ວໂລກ

ທີ່ມາ: LNR

0 Comments