ກອງບັນຊາການທະຫານແຂວງວຽງຈັນ ປະກາດການເລື່ອນຊັ້ນໃຫ້ນາຍທະຫານ ແລະ ປະກາດການຈັດຕັ້ງ

ກອງບັນຊາການທະຫານແຂວງວຽງຈັນ ປະກາດການເລື່ອນຊັ້ນໃຫ້ນາຍທະຫານ ແລະ ປະກາດການຈັດຕັ້ງ.

ໃນວັນທີ 11 ກຸມພາ 2022 ນີ້, ກອງບັນຊາການທະຫານແຂວງວຽງຈັນ ໄດ້ປະກາດການເລື່ອນຊັ້ນໃຫ້ນາຍທະຫານ ແລະ ປະກາດການຈັດຕັ້ງບາງພະແນກການ, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ຄຳເຄນ ອຸດຕະມາ ຮອງເລຂາຄະນະພັກ ຫົວໜ້າການເມືອງກອງບັນຊາການທະຫານແຂວງວຽງຈັນ, ມີຄະນະພັກ-ຄະນະບັນຊາ ອົງການ 5 ຫ້ອງ, ພະແນກການ, ກົມກອງອ້ອມຂ້າງ, ພະນັກງານ-ສະມາຊິກພັກ ແລະ ຜູ້ທີ່ໄດ້ຮັບການເລື່ອນຊັ້ນໃໝ່-ຮັບໜ້າທີ່ໃໝ່ ເຂົ້າຮ່ວມ.

ສະຫາຍ ພັນເອກ ສົມພັນ ເຮືອງພະຈັນ ຄະນະພັກກອງບັນຊາການ ຫົວໜ້າຫ້ອງການເມືອງທະຫານແຂວງວຽງຈັນ, ໄດ້ຂື້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ແລະ ຂໍ້ຕົກລົງຂອງກົມໃຫຍ່ການ ເມືອງກອງທັບ ວ່າດ້ວຍການ ເລື່ອນຊັ້ນໃຫ້ນາຍທະຫານຢູ່ກອງ ບັນຊາການທະຫານແຂວງວຽງຈັນ, ໃນນັ້ນມີນາຍທະຫານໄດ້ຮັບການເລື່ອນຊັ້ນຈາກຮ້ອຍເອກ ຂຶ້ນ ພັນຕີ ຈຳນວນ 14 ສະຫາຍ, ຮ້ອຍໂທ ຂຶ້ນ ຮ້ອຍເອກ 14 ສະຫາຍ, ຮ້ອຍຕີ ຂຶ້ນ ຮ້ອຍໂທ 12 ສະຫາຍ

ຈາກນັ້ນ, ໄດ້ຜ່ານຂໍ້ຕົກລົງຂອງກອງບັນຊາການທະຫານແຂວງວຽງຈັນ ວ່າດ້ວຍການແຕ່ງຕັ້ງຍົກຍ້າຍນາຍທະຫານໄປຮັບໜ້າທີ່ໃໝ່ຢູ່ບັນດາຫ້ອງການ, ກົມກອງພາຍໃນທະຫານແຂວງວຽງຈັນ, ໃນນີ້ໄດ້ຕົກລົງແຕ່ງຕັ້ງ ສະຫາຍ ພັນຕີ ຄຳພອນ ດວງພານິດ ເປັນຮອງພະແນກການທະຫານທ້ອງຖິ່ນ, ຮ້ອຍເອກ ໜູສິນ ຄຳແພງເພັດ ເປັນຮອງພະແນກການເມືອງ ກອງບັນຊາການທະຫານເມືອງໂພນໂຮງ, ພັນຕີ ສີສຸພັນ ຫຼ້າວິໄລແສງເປັນຫົວໜ້າຂະແໜງຈັດຕັ້ງກອງບັນຊາການທະຫານເມືອງວຽງຄຳ, ຮ້ອຍເອກ ສົມບູນ ຄຳສອນສັ່ງສີຈັນ ຊ່ວຍວຽກຂະແໜງອົບຮົມ ກອງບັນຊາການທະຫານເມືອງຫີນເຫີບ, ຮ້ອຍເອກ ສົມບູນ ມະທີທອງ ຊ່ວຍວຽກຂະແໜງນະໂຍບາຍກອງບັນຊາການທະຫານເມືອງແກ້ວອຸດົມ, ຮ້ອຍໂທ ຄຳບັດ ເພັດມະນີຈັນ ຊ່ວຍວຽກຂະແໜງອົບຮົມກອງບັນຊາການທະຫານເມືອງໝື່ນ,

ພັນຕີ ໄມວຽງ ພົມມີໄຊ ເປັນຫົວໜ້າການທະຫານກອງຮ້ອຍ 201, ພັນຕີ ຄໍາເພັດ ທອງສິງ ເປັນຮອງການເມືອງ ກອງຮ້ອຍ 201, ຮ້ອຍໂທ ລຸນຕູ່ ສໍພາບມີໄຊ ເປັນຮອງການເມືອງກອງຮ້ອຍ 203, ຮ້ອຍໂທ ອານຸສັນ ທໍາມະວົງ ເປັນຫົວໜ້າໝວດສໍານັກກອງຮ້ອຍທະຫານຊາຍອດນ 232, ຮ້ອຍຕີ ເຊັ່ງຈ່າງ ເຮີປາວ ເປັນຮອງໝວດ ຄົກ 60 ກອງຮ້ອຍທະຫານຊາຍແດນ 232, ຮ້ອຍຕີ ກ້ອນ ສອນວິໄລ ຊ່ວຍວຽກຂະແໜງອົບຮົມ ກອງບັນຊາການທະຫານເມືອງໂພນໂຮງ ແລະ ຍົກຍ້າຍສະຫາຍ ພັນໂທ ຄຳໝັ້ນ ຫຼວງມະລາດ ຮອງພະແນກການເມືອງກອງບັນຊາການທະຫານເມືອງໂພນໂຮງ ໄປໃຫ້ຫ້ອງການເມືອງ.

ໃນໂອກາດດັ່ງກ່າວນີ້ ສະຫາຍ ສະຫາຍ ພົນຈັດຕະວາ ຄໍາເຄນ ອຸດຕະມາ ກໍໄດ້ເປັນກຽດໂອ້ລົມ ແລະ ຮຽກຮ້ອງຕໍ່ຜູ້ທີ່ຖືກແຕ່ງຕັ້ງຮັບໜ້າທີ່ ແລະ ໄດ້ຮັບການເລື່ອນຊັ້ນໃໝ່ໃນຄັ້ງນີ້ ຈົ່ງພ້ອມກັນຍົກສູງພາລະບົດບາດ ໜ້າທີ່ໃນການຊີ້ນໍາ-ນໍາພາຂອງຕົນໃຫ້ມີຄວາມເຂັ້ມແຂງໜັກແໜ້ນ, ເອົາໃຈໃສ່ໃນການສຶກສາອົບຮົມການເມືອງ, ນໍາພາແນວຄິດໃຫ້ພະນັກງານ-ນັກຮົບໃຫ້ມີຄຸນທາດການເມືອງໜັກແໜ້ນ, ເຂັ້ມແຂງໃນທຸກດ້ານ ແລະ ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານຂອງຕົນໃຫ້ສູງຂຶ້ນກວ່າເກົ່າ.

ໃຫ້ທິດຊີ້ນຳຫຼາຍບັນຫາສຳຄັນຕໍ່ນາຍທະຫານ ທີ່ໄດ້ຮັບການເລື່ອນຊັ້ນ ພ້ອມທັງໄດ້ເນັ້ນໜັກໃຫ້ແຕ່ລະສະຫາຍສືບຕໍ່ເຝິກຝົນຫຼໍ່ຫຼອມ ເອງໃຫ້ມີຄວາມກ້າວໜ້າ ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ, ປັບປຸງແບບແຜນວິທີເຮັດວຽກ, ຮັກສາຄວາມເປັນແບບ ຢ່າງຂອງພະນັກງານທີ່ດີ ໃນການເຝິກຝົນຫຼໍ່ຫຼອມຕົນເອງຮອບດ້ານ ແລະ ຕັ້ງໜ້າເຮັດວຽກງານວິຊາສະເພາະຂອງຕົນ ຕາມທີ່ການຈັດຕັ້ງມອບໝາຍໃຫ້ມີ ຜົນສຳເລັດສູງຍິ່ງໆຂຶ້ນ.

ຂໍ້ມູນ:

0 Comments