ເວັບໄຊທ Ladbible ເຜີຍເລື່ອງສຸດລະທຶກ ຈາກຍິງສາວນາມວ່າ ວິກກີ້ ຣີມີ ເບເກີ ເຊິ່ງໄດ້ໂພສຄລິບວິດີໂອ ວິນາທີຊີວິດ ຂະນະທີ່ກຳລັງພາຍເຮືອໄປຕາມລຳນໍ້າໃນເຂດອຸທິຍານ ຊິລເວີສະປຣິງສ໌ ລັດຟໍຣິດາ ສະຫະລັດອາເມຣິກາ ຢູ່ໆກໍ່ມີເຈົ້າຖິ່ນໂຕໃຫຍ່ຍັກບຸກເຂົ້າມາຫາ ຢ່າງກະທັນຫັນ
ໃນໂລກອອນລາຍໄດ້ມີການແຊຣຄລິບຈາກຜູ້ໃຊ້ເຟຊບຸກ ນາມວ່າ ວິກກີ້ ຣີມີ ເບເກີ ຊາວອະເມລິກາ ເຊິ່ງໂພດຄລິບວິດີໂອຂະນະທີ່ໄປພາຍເຮືອພັກຜ່ອນໃນອຸທິຍານ ທີ່ລັດຊິລເວີສະປຣິງ ລັດຟໍຣິດາ ສະຫະລັດອາເມຣິກາ ເກີດເຫດບໍ່ຄາດຝັນລະຫວ່າງທີ່ນາງກຳລັງພາຍເຮືອຢູ່ນັ້ນ ມີແຂ້ຂະໜາດໃຫຍ່ ລອຍນໍ້າເຂົ້າມາຢູ່ໃກ້ໆ ແລະພະຍາຍາມຈະອ້າປາກງັບເຮືອຂອງນາງ ເຈົ້າຕົວຕົກໃຈ ແລະພະຍາຍາມໃຫ້ໃຊ້ພາຍດັນໂຕແຂ້ດັ່ງກ່າວອອກໄປ ກ່ອນທີ່ມັນຈະລອຍນໍ້າຈາກໄປ ໂດຍບໍ່ມີໃຜໄດ້ຮັບອັນຕະລາຍ
---
-
0 Comments