ນັກຄົ້ນຄວ້າຈາກອົງການຄົ້ນຄວ້າວິທະຍາສາດ ແລະ ອຸດສາຫະກໍາຂອງ COMMONWEALTH ຂອງອົດສະຕຣາລີ (CSIRO) ໄດ້ພັດທະນາເຕັກໂນໂລຊີທີ່ເຮັດໃຫ້ຢາວັກຊີນໄດ້ຮັບການຮັກສາໄວ້ໂດຍບໍ່ຈຳເປັນແຊ່ເຢັນ
ອີງຕາມອົງການອະນາໄມໂລກ (WHO) ຄາດຄະເນວ່າ 50% ຂອງຢາວັກຊີນເສຍໄປໃນແຕ່ລະປີທົ່ວໂລກ ຍ້ອນອຸປະສັກຕໍ່ການຂົນສົ່ງຢາວັກຊີນໃນສະພາບແວດລ້ອມທີ່ຕ້ອງຄວບຄຸມອຸນຫະພູມ.
ທ່ານ ດານຽນ ເລຕັນ ນັກວິໄຈຈາກອົງການຄົ້ນຄວ້າໄດ້ກ່າວວ່າ ການຄົ້ນພົບຄັ້ງນີ້ ສາມາດຊ່ວຍໃຫ້ທົ່ວໂລກສາມາດເຂົ້າເຖິງຢາວັກຊີນໄດ້ໃນລາຄາທີ່ຈັບຕ້ອງໄດ້ ແລະເທົ່າທຽມກັນຍິ່ງຂຶ້ນ
ເຂົາໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວວ່າ ການສັກຢາວັກຊີນແມ່ນວິຖີທາງການແພດທີ່ມີປະສິດທິພາບທີ່ສຸດ, ຊ່ວຍຊີວິດຊີວິດຜູ້ຄົນຫຼາຍລ້ານຄົນໃນແຕ່ລະປີ.
ເຖິງຢ່າງໃດກໍ່ຕາມ, ການຂົນສົ່ງຢາວັກຊີນ ໂດຍສະເພາະແມ່ນປະເທດທີ່ກໍາລັງພັດທະນາ ແມ່ນມີຄວາມທ້າທາຍ ເນື່ອງຈາກປະເທດເຫຼົ່ານັ້ນ ມັກຂາດຫ້ອງຄວາມເຢັນທີ່ຈໍາເປັນເພື່ອຮັກສາໄວ້
ໂດຍທົ່ວໄປແລ້ວມີສອງວິທີໃນການ ເກັບຮັກສາຢາວັກຊີນຈາກຄວາມຮ້ອນຄື: ການປັບແຕ່ງຢາວັກຊີນຊຶ່ງສັບຊ້ອນ ແລະລຳບາກ ແລະ ອາດຈະເກັບໄວ້ບໍ່ຮອດຫນຶ່ງອາທິດ ເມື່ອຢູ່ໃນອຸນຫະພູມສູງ ຫຼື ອີກວິທີຫນຶ່ງການນໍາໃຊ້ສານເພື່ອເພີ່ມຄວາມສະຖຽນອື່ນໆ ຊຶ່ງໄດ້ສ້າງອຸປະສັກຕ່າງໆໃນເວລານຳໃຊ້ຕົວຈິງ.
ທັ້ງນີ້ ສະຖາບັນວິໄຈ ຍັງລະບຸວ່າ ນັກວິໄຈຈຳດຳເນີນການວິໄຈຕໍ່ໄປ ແລະຈະຮ່ວມມືກັບບໍລິສັດດ້ານສຸຂະພາບສັດ ແລະມະນຸດ ເພື່ອນຳຜົນການພັດທະນາໄປໃຊ້ປະໂຫຍດທາງການຄ້າ
ระบุว่าคาดว่าคณะนักวิจัยจะดำเนินการวิจัยนี้ต่อไป และหวังร่วมมือกับบริษัทด้านสุขภาพสัตว์และมนุษย์ เพื่อนำผลการวิจัยไปใช้ประโยชน์ในเชิงพาณิชย์ຂໍ້ມູນ: xinhuathai
0 Comments