ພໍ່ແມ່ເອີ່ຍ ເອື້ອຍອ້າຍນ້ອງເອີ່ຍ ເປັນຫຍັງນໍຄວາມຮັກຈິ່ງຈຳແນກຊົນຊັ້ນວັນນະ ລູກຜູ້ຊາຍຄົນນີ້ຮັກສາວອີ່ແມ່ສຸດຫົວໃຈຊື່ສັດຕໍ່ຫນ້າ ແລະ ຫລັບຫລັງບໍ່ເຄີຍນອກໃຈຕັ້ງແຕ່ຮູ້ຈັກກັນມາປີປາຍ ເລື່ອງຜິດຖຽງກະມີເປັນເລື່ອງທຳມະດາ 2 ຄົນຈຸລູກຮັກກັນຫລາຍຮັກຈົນສິຕາຍແທນກັນໄດ້
ເປັນຫຍັງຄືບໍ່ເຂົ້າໃຈແດ່ນໍ້ ຍ້ອນລູກທຸກຍາກລຳບາກນີ້ບໍຍ້ານລູກຄົນນີ້ລ້ຽງດູລູກສາວອີ່ພໍ່ອີ່ແມ່ບໍ່ດີພໍບໍ ຈີ່ງບໍ່ຢາກໃຫ້ລູກສາວແມ່ມາຄົບກັບລູກ ລູກຜູ້ຊາຍຄົນນີ້ອາດຈະທຸກຍາກລຳບາກບໍ່ມີຫຍັງເທຶ່ອ ແຕ່ອະນາຄົດກະບໍ່ມີໃຜຮູ້ວ່າສິເປັນແນວໃດອະນາຄົດບໍ່ມີໃຜເບີ່ງໄດ້ ເປັນຫຍັງຈີ່ງບໍ່ຢາກໃຫ້ລູກສາວອີ່ແມ່ມາລົມລູກ
ຄວາມດີຄວາມຊື່ສັດຊ່ວຍເຫລືອກັນຍາມລຳບາກ ສິບໍ່ດີກວ່າບໍ 2 ຄົນຈຸລູກຮັກກັນດ້ວຍໃຈ ເຖິງສິທຸກຍາກລຳບາກກະສູ້ນຳກັນມາແຕ່ມາມື້ນີ້ ກະຕ້ອງໄດ້ພັດພາກຈາກກັນ ທັງ2ຄົນໄຫ້ແລ້ວກອດກັນແຕ່ກະຕ້ອງໄດ້ຈາກ ເພາະລູກສາວອີ່ແມ່ຕ້ອງຟັງຄວາມອີ່ແມ່ ໂອ່ຍນໍ້ຄວາມທໍລະມານຈາກກັນທັ້ງທີ່ຍັງຮັກກັນນີ້ທໍລະມານແທ້ເດ້...
ເຮັດແນວໃດສິລືມໄດ້ເດ້ ຫລັບຕາລົງບາດໃດເຫັນແຕ່ຫນ້າ ເຫັນແຕ່ຮູບຮ່າງ ເຫັນທຸກໆຢ່າງທີ່ເຄີຍຢູ່ນຳກັນ ສຸດທ້າຍກະຕ້ອງພັດພາກຈາກກັນ
ເກີດຊາດຫນ້າຊາດໃດຂໍໃຫ້ພົບເຈີກັນຄືເກົ່າເດີແລ້ວຢ່າມີຫຍັງມາກີດຂວາງ
ຊາດແລ້ວເຮົາຄືສິເຮັດບຸນນຳກັນມານ້ອຍ
ຊາດນີ້ຈີ່ງເຈີກັນໄດ້ແຕ່ຊ່ຳນີ້
...ຊາດຫນ້າຖ້າມີຈີງຂໍໃຫ້ໄດ້ພົບເຈີກັນອີກແດ່ທ້ອນ Amphan Keosoupha
ທີ່ມາ:
0 Comments