"LINE Lite" ກຽມຢຸດການໃຫ້ບໍລິການໃນວັນທີ 28 ກຸມພານີ້ ພ້ອມແນະນຳໃຊ້ຜູ້ໃຫ້ຍ້າຍໄປໃຊ້ LINE ປົກກະຕິແທນ
LINE Lite ເປັນແອັບພລິເຄຊັນ LINE ເວີຊັນຈິ໋ວ ທີ່ມີຟິວເຈີສົ່ງຂໍ້ຄວາມ ຮູບພາບ ສະຕິກເກີ້ຕາມປົກກະຕິ ແຕ່ບໍ່ເປືອງພື້ນທີ່ຈັດເກັບເທົ່າກັບ LINE ເວີຊັນປົກກະຕິ ທີ່ສຳຄັນສາມາດລ໊ອກອິນ 1 ໄອດີໄດ້ພ້ອມໆກັນ 2 ເຄື່ອງ ຈຶ່ງເປັນທີ່ນິຍົມຂອງໃຜຫຼາຍຄົນ ແຕ່ກໍ່ໜ້າເສຍດາວເພາະ LINE Lite ກຳລັງຈະຢຸດໃຫ້ບໍລິການໃນໄວໆນີ້
ໂດຍທາງ LINE Corporation ໄດ້ສົ່ງຂໍ້ຄວາມແຈ້ງເຕືອນພ້ອມອອກປະກາດວ່າ LINE Lite ຈະຢຸດໃຫ້ບໍລິການໃນວັນທີ 28 ກຸມພາ 2022 ໃນເວລາ 10:00 ນາທີ (ຕາມເວລາປະເທດລາວ) ແນະນຳໃຫ້ຜູ້ໃຊ້ຍ້າຍໄປໃຊ້ LINE ແບບປົກກະຕິແທນ
ຂໍ້ມູນທີ່ສາມາດໂອນຍ້າຍໄປໄດ້ມີດັ່ງນີ້ ລາຍຊື່ເພື່ອນ, ກຸ່ມ ແລະສະຕິກເກີ້ (ລວມເຖິງລາຍການທີ່ໄດ້ຮັບເປັນຂອງຂວັນອີກດ້ວຍ) ສ່ວນຂໍ້ຄວາມແຊທ ແມ່ນບໍ່ສາມາດໂອນຍ້າຍໄປໄດ້ ແນະນຳໃຫ້ສຳຮອງຂໍ້ມູນໄວ້ບ່ອນອື່ນແທນ
ຂໍ້ມູນ: LINE
0 Comments