ກອງບັນຊາການທະຫານເມືອງວັງວຽງ ເປີດຊຸດອົບຮົມ-ຫັດແອບປະຈຳປີ 2022
ໃນຕອນເຊົ້າຂອງທີ 3 ມີນາ 2022, ນີ້, ກອງບັນຊາການທະຫານເມືອງວັງວຽງ,ໄດ້ ເປີດຊຸດອົບຮົມ-ຫັດແອບປັບປຸງລະບຽບແບບແຜນເຝິກຝົນກໍາລັງແຮງກາຍ ປະຈໍາປີ 2022, ໂດຍການເຂົ້າເປັນປະທານຂອງສະຫາຍ ພັນໂທ ບຸນເພງ ກອງສົງຄາມ ຮອງຫົວໜ້າຫ້ອງເສນາທິການທະຫານແຂວງວຽງຈັນ,
ມີສະຫາຍ ບຸນສີ ລັດດາວົງ ຄະນະປະຈຳພັກເມືອງ ຫົວໜ້າຫ້ອງການຈັດຕັ້ງເມືອງວັງວຽງ, ມີສະຫາຍ ພັນໂທ ວັນຄຳ ຫຼວງພັນນາ ເລຂາຄະນະພັກຮາກຖານ ຫົວໜ້າການທະຫານ ກອງບັນຊາການທະຫານເມືອງວັງວຽງ, ມີພະແນກອົບຮົມ, ມີຄະນະພັກ-ຄະນະບັນຊາ,ພະນັກງານ-ນັກຮົບໃນກົມກອງເຂົ້າຮ່ວມ.
ສະຫາຍ ພັຕ ສຸດໃຈ ຂັນທະລາ ຮອງພະແນກເສນາທິການກອງບັນຊາການທະຫານເມືອງວັງວຽງ, ໄດ້ຂື້ນຜ່ານແຜນການອົບຮົມຫັດແອບ, ວ່າດ້ວຍການອົບຮົມ-ຫັດແອບປັບປຸງລະ ບຽບແບບແຜນ, ເຝິກຝົນກຳລັງແຮງກາຍ ປະຈຳປີ 2022
ທັງນີ້, ກໍເພື່ອເຮັດໃຫ້ນາຍ ແລະ ພົນທະຫານມີແນວຄິດການເມືອງໜັກແໜ້ນ, ມີຄວາມຮູ້ຄວາມສາມາດດ້ານການທະຫານ, ການເມືອງ, ພະລາທິການ ແລະ ເຕັກນິກ ໃນລະດັບແນ່ນອນ, ແນໃສ່ປັບປຸງລະບຽບແບບແຜນເຝິກ
ຝົນກຳລັງແຮງກາຍຂອງພະນັກງານ-ນັກຮົບ ໃຫ້ມີສຸຂະພາບແຂງແຮງສາ ມາດເຄື່ອນໄຫວເຮັດສຳເລັດໜ້າ ທີ່ການເມືອງຂອງກົມກອງຕາມທີ່ໄດ້ຮັບມອບໝາຍເປັນຢ່າງດີ ທັງເປັນການກະຕຸກຊຸກຍູ້ໃຫ້ນາຍ ແລະ ພົນທະຫານ ປະຕິບັດຂໍ້ກຳ ນົດກົດລະບຽບຂອງກອງທັບ ແລະ ກົດໝາຍຂອງລັດຢ່າງເຂັ້ມງວດ ແລະ ຕໍ່ເນື່ອງ ເພື່ອສ້າງກົມກອງໃຫ້ກາຍເປັນກົມກອງທີ່ມີລະບຽບແບບ ແຜນ ແລະ ທັນສະໄໝ,
ເນື້ອໃນທີ່ນຳມາອົບຮົມ-ຫັດແອບໃນຄັ້ງນີ້ປະກອບມີ: ອົບຮົມການເມືອງ, ການທະຫານ, ພະລາທິການ, ການອົບຮົມ-ຫັດແອບຈະແບ່ງອອກເປັນ 2 ໄລຍະ ຄື: ໄລຍະທີ 1 ເລີ່ມແຕ່ເດືອນກໍລະກົດ-ຕຸລາ ແລະ ໄລຍະທີ 2 ເລີ່ມແຕ່ເດືອນກໍລະກົດ-ພະຈິກ 2022 ຈຶ່ງຈະສໍາເລັດ.
ທັງນີ້ ກໍ່ເພື່ອແນ່ໃສ່ຍົກລະດັບຄວາມຮູ້, ຄວາມສາມາດທາງດ້ານສິລະປະຍຸດ-ຍຸດທະວິທີໃຫ້ພະນັກງານ-ນັກຮົບ ຢູ່ໃນກົມກອງມີຄວາມຊໍານິຊໍາ ນານຄ່ອງແຄ້ວໃນການນໍາໃຊ້ອາວຸດຊະນິດຕ່າງໆທີ່ຂັ້ນເທິງປະກອບໃຫ້, ມີສະຕິຕໍ່ການຈັດຕັ້ງ, ປະຕິບັດຂໍ້ກໍານົດ, ກົດລະບຽບ ຂອງກອງທັບຢ່າງເຂັ້ມງວດ, ມີສຸຂະພາບແຂງແຮງ ພ້ອມກັນ ເຮັດສໍາເລັດໜ້າທີ່ ທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້.
ຂ່າວຍັງໄດ້ໃຫ້ຮູ້ອີກວ່າ: ໃນວັນທີ 2 ມີນາ ນີ້, ໂຮງຮຽນທະຫານທ້ອງຖິ່ນແຂວງວຽງຈັນ ກໍ່ໄດ້ເປີດອົບຮົມຫັດແອບປັບປຸງລະບຽບແບບແຜນຝຶກຝົນຫຼໍ່ຫຼອມກຳລັງແຮງການປະຈຳ ປີ 2022, ໂດຍການເປັນປະທານຂອງສະຫາຍ ພັນໂທ ຄຳຜາຍ ອ້ວນວິໄລ ຄະນະພັກກອງບັນຊາການ ຮອງຫົວໜ້າຫ້ອງເສນາທິການ ທະຫານແຂວງວຽງຈັນ, ມີຄະນະພັກ-ຄະນະອຳຍວຍການໂຮງຮຽນ, ພະນັກງານ-ນັກຮົບພາຍໃນກົມກອງເຂົ້າຮ່ວມ.
ໂດຍ: ຈັນທະຈອນ ສີສະເກດ
0 Comments