ກອງຮ້ອຍທະຫານຊາຍແດນ 231 ລົງມືປູກມັນຕົ້ນເນື້ອທີ່ 18ໄລ່

ເພື່ອປະຕິບັດຕາມທິດຊີ້ນຳຂອງກອງບັນຊາການທະຫານແຂວງວຽງຈັນ, ຕາມຄຳຂວັນທີ່ວ່າ:ເພິ່ງຕົນ, ກຸ້ມຕົນ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ

ເພື່ອຫັນໄປສູ່ການສ້າງຄວາມເຂັ້ມແຂງທາງດ້ານວຽກງານພາລາທິການກັບທີ່ໃຫ້ກົມກອງເທື່ອລະກ້າວ, ວັນທີ 19 ມີນາ 2022 ນີ້,

ກອງຮ້ອຍທະຫານຊາຍແດນ 231 ທະຫານແຂວງວຽງຈັນ, ຄະນະພັກ-ຄະນະບັນຊາ,ໄດ້ນຳພາພະນັກງານ-ນັກຮົບ

ສຸມໃສ່ປູກມັນຕົ້ນລວມຂອງກົມກອງ, ເຊິ່ງມີເນື້ອທີ່ທັງໝົດ 18 ໄລ່, ໃຫ້ສຳເລັດພາຍໃນເດືອນມີນານີ້, ສະຫາຍ ພັນຕີ ຈັນທະດີ ສອນແກ້ວ ຮອງເລຂາຄະນະພັກ ຫົວໜ້າການເມືອງ ກອງຮ້ອຍທະຫານຊາຍແດນ 231,

ໄດ້ໃຫ້ຮູ້ວ່າ: ຕະຫລອດໄລຍະຜ່ານມາຄະນະພັກ-ຄະນະບັນຊາຂອງພວກເຮົາ ໄດ້ເອົາໃຈໃສ່ຊີ້ນຳພະນັກງານ-ນັກຮົບ ຂອງຕົນສຸມໃສ່ການປຸກພືດລົ້ມລຸກຕາມລະດູການເພື່ອແກ້ໄຂຊີວິດກິນຢູ່ ແລະ ສົ່ງອອກຂາຍຕາມທ້ອງຕະຫລາດ

ເພື່ອສ້າງແຫລ່ງລາຍຮັບເຂົ້່າໃນການພັດທະນາກົມກອງ ໃຫ້ມີໃບໜ້າອັນໃໝ່ໂດຍສະເພາະປີ 2021 ທີ່ຜ່ານມານີ້ ແມ່ນໄດ້ສຸມໃສ່ການປູກມັນຕົ້ນ ໃນເນື້ອທີ່8ໄລ່,ສາມາດເກັບກູ້ໄດ້ 9 ໂຕນ,

ຄິດເປັນເງິນ 8 ລ້ານກ່ວາກີບ, ຕົກມາປີນີ້ເຫັນວ່າຕະຫຼາດມີຄວາມຕ້ອງການຫຼາຍ ແລະ ໄດ້ລາຄາດີ, ກົມກອງໄດ້ຂະຫຍາຍເພີ່ມອີກ 10 ໄລ່, ລວມເປັນ18ໄລ່, ປະຈຸບັນແມ່ນພວມລົງມືປູກ ຄາດກະວ່າຈະໃຫ້ສຳເລັດໃນເດືອນມີນານີ້.

ຂໍ້ມູນໂດຍ: ຈັນທະຈອນ ສີສະເກດ

0 Comments