ຫົວໜ້າກົມທະຫານຊາຍແດນ ລົງເຄື່ອນໄຫວສຳຫຼວດພື້ນທີ່ການກໍ່ສ້າງກອງຮ້ອຍທະຫານຊາຍແດນ 233

ສະຫາຍ ຫົວໜ້າກົມທະຫານຊາຍແດນ ລົງເຄື່ອນໄຫວສຳຫຼວດພື້ນທີ່ການກໍ່ສ້າງກອງຮ້ອຍທະຫານຊາຍແດນ 233.

ໃນວັນທີ 24 ກຸມພາ 2022 ນີ້, ສະຫາຍ ພົນຈັດຕະວາ ສີພັນ ພຸດທະວົງ ຄະນະພັກກົມໃຫຍ່ເສນາທິການ ຫົວໜ້າກົມທະຫານຊາຍແດນ ກົມໃຫຍ່ເສນາທິການກອງທັບ,

ມີສະຫາຍ ພົນຈັດຕະວາ ບຸນມາ ວົງດາລາແສນ ຄະນະປະຈຳພັກແຂວງ ຫົວໜ້າການທະຫານກອງບັນຊາການທະຫານແຂວງວຽງຈັນ, ພ້ອມດ້ວຍຄະນະ ແລະ ພະແນກການທີ່ກ່ຽວ, ໄດ້ລົງເຄື່ອນໄຫວສຳຫຼວດບ່ອນຈະກໍ່ສ້າງກອງຮ້ອຍທະຫານຊາຍແດນ 233 ທີ່ຂື້ນກັບກອງບັນຊາການທະຫານແຂວງວຽງຈັນ,

ອີງຕາມ ແຈ້ງການຂອງກົມທະຫານຊາຍແດນ ກົມໃຫຍ່ເສນາທິການກອງທັບ ເລກທີ 614/ກທດ, ລົງວັນທີ 11 ສິງຫາ 2021, ອີງຕາມ ແຜນການສ້າງຕັ້ງ ກອງຮ້ອຍທະຫານຊາຍແດນ 233 ຂອງພະແນກຊາຍແດນ ທະຫານແຂວງວຽງຈັນ ເລກທີ 124/ ພທດ, ລົງວັນທີ 19 ຕຸລາ 2020,

ໂດຍຜ່ານອານຸມັດຫົວໜ້າກອງບັນຊາການທະຫານແຂວງວຽງຈັນ,ໃນການສຳຫຼວດຄັ້ງນີ້ໄດ້ສຳຫຼວດພື້ນທີ່ເນື້ອທີ່ດິນທັງໝົດຈຳນວນ 17 ເຮັກຕາ, ສະຖານທີ່ດັ່ງກ່າວເປັນພື້ນທີ່ປາເລົ່າແກ່, ພູສູງຊັ້ນ, ມີຫ້ວຍຮ່ອງຕິດຕາມເສັ້ນທາງແຄມຂອງຢູ່ທາງທິດຕາເວັນອອກຂອງບ້ານປາກຊາວ, ຫ່າງຈາກບ້ານປາກຊາວປະມານ 1 ກິໂລແມັດ,

ຫ່າງຈາກເສັ້ນຊາຍແດນຈຸດທີ່ຕັ້ງສຳນັກ 391 ແມັດ ເປັນດິນຈັບຈອງ ແລະ ດິນທຳການຜະລິດຂອງປະຊາຊົນບ້ານປາກຊາວ ແຕ່ຢຸດເຊົາທຳການຜະລິດມາຫຼາຍປີແລ້ວ,

ບົນພື້ນຖານປະຊາຊົນ ( ເຈົ້າຂອງດິນ )ແມ່ນເຫັນດີມອບດິນໃຫ້ແກ່ກອງທັບເພື່ອນຳໃຊ້ສ້າງສຳນັກງານ ກອງຮ້ອຍທະຫານຊາຍແດນ 233, ສົດເຊີຍເປັນເງິນ ເຮັກຕ່າ 1, 20 ລ້ານກີບ

ລວມເປັນເງິນສົດເຊີຍທັງໝົດ 290.000.000 ກີບ, ຈາກນັ້ນສະຫາຍ ຫົວໜ້າກົມທະຫານຊາຍແດນ ພ້ອມຄະນະ ກໍ່ໄດ້ເດີນທາງໄປຢຽ້ມຢ້າມອ້າຍນ້ອງທີ່ປະຕິບັດໜ້າທີ່ປະຈຳຢູ່ບັນດາປ້ອມຄື: ປ້ອມຜາກັບແກ້, ປ້ອມຄົກແທ່ນ ແລະ ປ້ອມຫ້ວຍການເຫຼືອງ ນຳຕື່ມອີກ.

..

..

ໂດຍ: ຈັນທະຈອນ ສີສະເກດ

ຂໍ້ມູນ: ຈັນທະຈອນອອນລາຍ-ຂ່າວສານປະຈຳວັນ

0 Comments