ພົນຈັດຕະວາ ບຸນມາ ວົງດາລາແສນ ລົງຢ້ຽມຢາມພົບປະໂອ້ລົມອ້າຍນ້ອງຢູ່ປ້ອມນ້ຳໄພ

ໃນວັນທີ 28 ກຸມພາ 2022 ຜ່ານມານີ້, ສະຫາຍ ພົນຈັດຕະວາ ບຸນມາ ວົງດາລາແສນ ຄະນະປະຈຳພັກແຂວງ ເລຂາຄະນະພັກ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງວຽງຈັນ ແລະ ພະແນກສູ້ຮົບ
ໄດ້ລົງເຄື່ອນໄຫວຢ້ຽມຢາມພົບປະໂອ້ລົມໃຫ້ກຳລັງໃຈອ້າຍນ້ອງທະຫານກອງພັນ 102 ທີ່ເຮັດໜ້າທີ່ປະຈໍາຢູ່ປ້ອມນໍ້າໄພ,
ການລົງຢ້ຽມຢາມໃນຄັ້ງນີ້ສະຫາຍຫົວໜ້າການທະຫານ ກອງບັນຊາການທະຫານແຂວງວຽງຈັນ, ກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ,
ຄວາມເປັນຫ່ວງເປັນໃຍຕໍ່ອ້າຍນ້ອງທີ່ເຮັດໜ້າທີ່ປະຈໍາຢູ່ປ້ອມດັ່ງກ່າວ ທີ່ພ້ອມກັນອົດທົນຜ່ານຜ່າຂໍ້ຫຍຸ້ງຍາກນາໆປະການ,
ພ້ອມທັງໄດ້ຮຽກຮ້ອງໃຫ້ບັນດາສະຫາຍພະນັກງານ-ນັກຮົບທີ່ປະຕິບັດໜ້າທີ່ປະຈຳປ້ອມເອົາໃຈໃສ່ຊີ້ນຳເຮັດໜ້າທີ່ຕາມການມອບໝາຍຂອງຂັ້ນເທິງ
ເປັນຕົ້ນແມ່ນການກວດກາ ສາລະເວປ້ອງກັນເວນຍາມຕະຫຼອດ 24 ຊົ່ວໂມງ ຮັບປະກັນເຮັດຂອບເຂດຮັບຜິດຊອບມີຄວາມສະຫງົບ,
ເອົາໃຈໃສ່ຕິດຕາມການເກັບກຳສະພາບການຕ່າງໆ ແລະ ປ້ອງກັນເວນຍາມບໍ່ໃຫ້ຂາດ ເຄື່ອນໄຫວສາລະເວເປັນປະຈຳ
ບໍ່ໃຫ້ພວກກຸ່ມຄົນບໍ່ຫວັງດີເຂົ້າມາເຄື່ອນໄຫວກໍ່ຄວາມບໍ່ສະຫງົບຢູ່ຂອບເຂດດັ່ງກ່າວໄດ້, ການລົງເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມໃນຄັ້ງນີ້
ສະຫາຍ ຫົວໜ້າການທະຫານ ຍັງໄດ້ນຳເອົາເຄື່ອງອຸປະໂພກ-ບໍລິໂພກ ຈຳນວນໜຶ່ງໄປມອບໃຫ້ອ້າຍນຳຕື່ມອີກ.
ໂດຍ: ຈັນທະຈອນ ສີສະເກດ
ຂໍ້ມູນ:ຈັນທະຈອນອອນລາຍ-ຂ່າວສານປະຈຳວັນ
0 Comments