ກບຊ ທະຫານເມືອງທຸລະຄົມ ຮ່ວມໃຈບໍລິຈາກເລືອດຊ່ວຍສັງຄົມ

ກອງບັນຊາການທະຫານເມືອງທຸລະຄົມຮ່ວມໃຈບໍລິຈາກເລືອດຊ່ວຍສັງຄົມ.

ໃນຕອນເຊົ້າຂອງວັນທີ່10ມີນາ2022ນີ້,ອົງການກາແດງແຂວງວຽງຈັນ,ນຳໂດຍທ່ານ ບຸນນຳ ວົງພະຈັກ ຮອງຫົວໜ້າຫ້ອງການກາແດງແຂວງວຽງຈັນພ້ອມດ້ວຍທິມງານ,ໄດ້ເຄື່ອນໄຫວຮັບການບໍລິຈາກເລືອດຢູ່ກອງບັນຊາການທະຫານເມືອງທຸລະຄົມ, ໂດຍການເຂົ້າຮ່ວມຂອງສະຫາຍພັນໂທ ອຸດົມ ຄຸນໄພ ຮອງເລຂາຄະນະພັກຮາກຖານ ຫົວໜ້າການທະຫານ,ພ້ອມດ້ວຍພະນັກງານ-ນັກຮົບພາຍໃນກົມກອງເຂົ້າຮ່ວມ

ທ່ານບຸນນຳ ວົງພະຈັກ,ໄດ້ກ່າວວ່າ:ການບໍລິຈາກເລືອດໃນຄັ້ງນີ້ແມ່ນເພື່ອຊ່ວຍເຫລືອສັງຄົມແລະແຮໄວ້ຢູ່ສູນກາແດງແຂວງວຽງຈັນເພື່ອກຽມແກ້ໄຂສຸກເສີນຊ່ວຍສັງຄົມໂດຍສະເພາະແມ່ນຜູ້ທີ່ເຈັບເປັນນອນໂຮງໝໍທັງເປັນການກອບກູ້ຊີວິດຜູ້ທີ່ປະສົບອຸປະຕິເຫດ,ການຜ່າຕັດໃຫ່ຍ,ຄົນເຈັບທີ່ຂາດເລືອດ ແລະ ພະຍາດອື່ນໆທີ່ຕ້ອງການເລືອດໃຫ້ທ່ວງທັນກັບຄວາມຮຽກຮ້ອງຕ້ອງການຂອງຄົນເຈັບ.ການບໍລິຈາກເລືອດແມ່ນການເຮັດບຸນຄັ້ງຍິ່ງໃຫ່ຍທັງເປັນການຊ່ວຍເຫລືອເພື່ອນມະນຸດດ້ວຍກັນໃນຂອບເຂດທົ່ວປະເທດ.

ສະຫາຍ ພັນໂທ ອຸດົມ ຄຸນໄພ ໄດ້ປຸກລະດົມແນວຄິດຈິດໃຈຂອງພະນັກງານນັກຮົບໃຫ້ເຫັນໄດ້ເຖິງຜົນໄດ້ຮັບໃນການບໍລິຈາກເລືອດ,ໃນນີ້ມີຜູ້ບໍລິຈາກທັງໝົດ13 ສະຫາຍ, ໄດ້ເລືອດ13ຖົງ.

ໂດຍ:ຈັນທະຈອນ ສີສະເກດ

0 Comments