ຊາຍສອງຄົນ ທີ່ຖືກຄາດຕະກຳ ແລ້ວຝັງຢູ່ປ່າ ເຂດບ້ານໃຫມ່ ຢູ່ເມືອງສີໂຄດຕະບອງ ນະຄອຫລວງວຽງຈັນ ທີ່ພົບເຫັນໃນວັທີ 26 ມີນາ 2022 ເຈົ້າຫນ້າທີ່ ຢືນຢັວ່າ ບໍ່ແມ່ນຄົນລາວ ແຕ່ແມ່ນ ຄົນ ຈີນ ທັງສອງຄົນ.

ໃນວັນທີ 28 ມີນາ 2022 ພັນໂທ ຄໍາຫລ້າ ພົມມະສານ, ຫົວໜ້າກອງ ປກສ ເມືອງສີໂຄດຕະບອງ, ນະຄອນຫລວງວຽງຈັນ ໃຫ້ສໍາພາດລາຍການຮອບບ້ານຜ່ານເມືອງ ຂອງວິທະຍຸກະຈາຍສຽງແຫ່ງຊາດລາວວ່າ: ຈາກເຫດການທີ່ປະຊາຊົນໄດ້ໄປພົບເຫັນສົບຄົນເສຍຊີວິດຖືກຝັງຢູ່ເຂດບ້ານໃຫມ່ ເມືອງສີໂຄດຕະບອງ
ເປັນຄົນສັນຊາດຈີນ ແລະ ອີກຄົນໜຶ່ງແມ່ນຄົນເຊື້ອຊາດຈີນ ສັນຊາດລາວ ພັກອາໃສຢູ່ບ້ານດົງນາໂຊກເໜືອ, ເມືອງສີໂຄດຕະບອງ, ນະຄອນຫລວງວຽງຈັນ.

ເຊີ່ງສັນນິຖານວ່າຖືກຄາດຕະກໍາ ຍ້ອນຕາມຕົນໂຕມີບາດແຜຖືກຂອງມີຄົມແທງຫລາຍຈຸດ ແລະ ມີສະກັອດໄສ ຄຽນບໍລິເວນດັງ ແລະ ປາກ, ສ່ວນລາຍລະອຽດ ຍັງຢູ່ໃນການສືບສວນ-ສອບສວນ ຂອງ ປກສ ຄອນຫລວງວຽງຈັນ.

Cr:News Times
0 Comments