ຕາມການລາຍງານຈາກ ທ່ານ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໃນວັນທີ 14 ເມສາ 2022 ວ່າ: ສປປ ລາວ ມີແຜນການກຽມເປີດປະເທດ ເຕັມຮູບແບບ ໂດຍຈະມີການຖະແຫລງຂ່າວໄວໆນີ້
ທຸກຄົນທີ່ຈະເດີນທາງເຂົ້າມາ ສປປ ລາວ ຕ້ອງໄດ້ກວດ RT-PCR ພາຍໃນ 72 ຊົ່ວໂມງ ກ່ອນການເດີນທາງ ເຊິ່ງມາດຕະການດັ່ງກ່າວເຫັນວ່າມີຄວາມຈໍາເປັນ, ໃນກໍລະນີຜູ້ທີ່ເຄີຍຕິດເຊື້ອ ແລະ ປິ່ນປົວຄົບກໍານົດແລ້ວ ແມ່ນບໍ່ໃຫ້ກວດ RT-PCR ແຕ່ຕ້ອງມີໃບຢັ້ງຢືນຈາກແພດຢ່າງເປັນທາງການ.

ສໍາລັບນັກທ່ອງທ່ຽວທີ່ເດີນທາງມາຮອດ ສປປ ລາວ ແລ້ວຕ້ອງໄດ້ກວດ RDT ໂດຍນຳໃຊ້ ເຄື່ອງກວດທີ່ອົງການອະນາໄມໂລກຮັບຮອງ, ໄລຍະເວລາລໍຖ້າຜົນກວດ ແມ່ນອີງໃສ່ຈຳນວນຜູ້ໂດຍສານທີ່ເຂົ້າມາ.
ພ້ອມກັນນັ້ນ, ສະເໜີໃຫ້ສະໜາມບິນ ແລະ ດ່ານພາກພື້ນດິນກະກຽມສະຖານທີ່ກວດ ແລະ ລະບົບການຈໍາກັດຂີ້ເຫຍື້ອແຍກເຊື້ອ, ຖ້າຜົນກວດ RDT ເປັນລົບ ບໍ່ໃຫ້ຈໍາກັດບໍລິເວນ, ແຕ່ຖ້າຜົນກວດ RDT ເປັນບວກ ຕ້ອງອີງໃສ່ກໍລະນີໜັກ ຫລື ເບົາບາງ ເຊັ່ນ:

ຖ້າກໍລະນີເບົາບາງ ໃຫ້ນໍາສົ່ງໄປໂຮງແຮມ ທີ່ກໍານົດໄວ້, ຖ້າກໍລະນີໜັກ ໃຫ້ນໍາສົ່ງໄປໂຮງໝໍທີ່ກໍານົດໄວ້. ສຳລັບຂັ້ນແຂວງ ແມ່ນນຳສົ່ງໂຮງໝໍແຂວງ,
ຖ້າມີໂຮງໝໍເອກະຊົນທີ່ມີເງື່ອນໄຂປິ່ນປົວຄົນເຈັບໄດ້ ກໍໃຫ້ໂຮງໝໍເອກະຊົນຊ່ວຍປິ່ນປົວ, ຖ້າມີອາການໜັກ ແຂວງທີ່ບໍ່ມີເງື່ອນໄຂເຊີດຊູ ແມ່ນໃຫ້ນໍາສົ່ງມາໂຮງໝໍສູນກາງ.
ຂ່າວ: ກິດຕາ
0 Comments