ສັ່ງປິດປໍ້ານໍ້າມັນ ທີ່ຂາຍເກິນລາຄາ 24/05/2022


ເມືອງໄຊເສດຖາ ສັ່ງປິດປໍ້ານໍ້າມັນ ຂາຍເກີນລາຄາ

ໃນວັນທີ 24 ພຶດສະພາ 2022 ຫ້ອງການອຸດສະຫະກໍາ ແລະ ການຄ້າ ເມືອງໄຊເສດຖາ ແຂວງອັດຕະປື ໄດ້ລົງກວດກາບັນດາປໍ້ານໍ້າມັນ ທີ່ຂາຍເກີນລາຄາ ພ້ອມທັງປັບໃຫມ ແລະ ສັ່ງໃຫ້ຢຸດຂາຍຊົ່ວຄາວ.


ເຈົ້າຫນ້າທີ່ ເປີດເຜີຍວ່າ: ໄດ້ລົງກວດກາ ແລະ ຮັບແຈ້ງຈາກຜູ້ບໍລິໂພກ ວ່າ ຍັງມີປໍ້ານໍ້າມັນຈຳນວນຫນຶ່ງ ທີ່ລັກຂາຍນໍ້າມັນເກີນລາຄາ, ພາຍຫລັງໄປກວດສອບ ໄດ້ພົບເຫັນ ການກະທຳຜິດແທ້ ຄື: ປໍ້າພູເຂົາ 1 ບໍລິການ, ປໍ້ານ້ອງເພັດ, 


ນອກນັ້ນ ຍັງກວດພົບປໍ້ານໍ້າມັນເຊື້ອໄຟລາວ ຂາຍເກີນຄາລາ ອີກດ້ວຍ. ສະນັ້ນ ເຈົ້າຫນ້າທີ່ຈື່ງໄດ້ສ້າງບົດບັນທຶກກັບບັນດາປໍ້ານໍ້າມັນເຊື້ອໄຟ ທີ່ຂາຍເກີນລາຄາກວ່າແຈ້ງການ.


     ການກວດກາຄັ້ງນີ້, ເຈົ້າຫນ້າທີ່ຍັງໄດ້ຫນີບກົ່ວໃຫ້ຢຸດຂາຍຊົ່ວຄາວ ແລະ ປັບໃຫມຕາມລະບຽບການ ປໍ້າລະ 5.000.000 ກີບ, ໃນຄັ້ງຕໍ່ໄປແມ່ນ ຫນັກກວ່ານີ້.


ຂໍ້ມູນ: 

0 Comments