ພິທີມອບຮັບອຸປະກອນຊ່ວຍເຫຼືອລ້າຈາກລັດຖະບານຍີ່ປຸ່ນ

27 ພຶດສະພາ 2022, ທ່ານ ໂຄບາຢາຊິ ເຄັນອິຈິ, ເອກອັກຄະຣາຊະທູດຍີ່ປຸ່ນປະຈໍາ ສປປ ລາວ ໄດ້ມອບພາຫະນະຈໍານວນ 16 ຄັນ ແລະ ເຄື່ອງອາໄຫຼ່ຈໍານວນ 22 ລາຍການ ໃຫ້ແກ່ ທ່ານ ວິໄລ ຫຼ້າຄຳຟອງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ. ພິທີມອບຮັບອຸປະກອນຊ່ວຍເຫຼືອລ້າຈາກລັດຖະບານຍີ່ປຸ່ນໄດ້ຈັດຂຶ້ນທີ່ກະຊວງປ້ອງກັນຄວາມສະຫງົບໃນວັນທີ 27 ພຶດສະພາ 2022 ໂດຍແມ່ນພາຍໃຕ້ “ໂຄງການຊ່ວຍເຫຼືອລ້າເພື່ອການພັດທະນາເສດຖະກິດ-ສັງຄົມໃນປະເທດລາວ (ຂະແໜງປ້ອງກັນຄວາມສະຫງົບ)”

ໂຄງການດັ່ງກ່າວມີມູນຄ່າທັງໝົດ 200 ລ້ານເຢັນ (ປະມານ 1.57 ລ້ານໂດລາສະຫະລັດ) ແລະ ມີເປົ້າໝາຍສະໜັບສະໜຸນລັດຖະບານ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໂດຍການເສີມສ້າງຄວາມເຂັ້ມແຂງໃຫ້ແກ່ກອງກຳລັງປ້ອງກັນຄວາມສະຫງົບ.

ກ່ອນໜ້ານີ້, ພາຍໃຕ້ໂຄງການດັ່ງກ່າວຍີ່ປຸ່ນກໍ່ໄດ້ມອບລົດລາດຕະເວນຈຳນວນ 30 ຄັນ, ອຸປະກອນປ້ອງກັນຄວາມສະຫງົບ 5 ຊະນິດ ເຊິ່ງປະກອບມີເຄື່ອງ X-Ray ກວດສໍາພາລະ, ເຄື່ອງກວດທ້ອງພື້ນລົດ ແລະ ອື່ນໆ, ຄັ້ງນີ້ແມ່ນການມອບພາຫະນະ SUV ຈໍານວນ 16 ຄັນ ແລະ ເຄື່ອງອາໄຫຼ່ຈໍານວນ 22 ລາຍການ.

ໃນພິທີດັ່ງກ່າວທ່ານທູດໄດ້ກ່າວໄວ້ວ່າ: “ຂະແໜງປ້ອງກັນຄວາມສະຫງົບຖືວ່າແມ່ນວຽກງານພື້ນຖານອັນສໍາຄັນຂອງການພັດທະນາເສດຖະກິດ ແລະ ການດໍາລົງຊີວິດຂອງປະຊາຊົນ. ພວກເຮົາຮູ້ສຶກເປັນກຽດຢ່າງຍິ່ງທີ່ການຊ່ວຍເຫຼືອລ້າຂອງປະເທດຍີ່ປຸ່ນໄດ້ເຮັດໜ້າທີ່ອັນສໍາຄັນໃນການສະໜັບສະໜຸນພື້ນຖານດັ່ງກ່າວຂອງປະເທດລາວ.”

0 Comments