ຖິ້ມຢາປະໄວ້ ເອົາຕົວຫຼົບໜີເຂົ້າປ່າ

ຜູ້ຄ້າຂາຍ ແລະ ຂົນສົ່ງຢາເສບຕິດ ໄດ້ຍອມຖິ້ມລົດກະບະ 1 ຄັນ ພ້ອມຢາໄອສ໌ 40 ຫໍ່ ແລະ ຢາບ້າ 4 ມັດ ໄວ້ໃຫ້ເຈົ້າຫນ້າທີ່ ສ່ວນຜູ້ຄ້າຂາຍຫລົບຫນີເຂົ້າປ່າ.


       ໃນວັນທີ 21 ພຶດສະພາ 2022 ເຈົ້າຫນ້າທີ່ ປກສ ແຂວງຫົວພັນ ໄດ້ຕັ້ງຈຸດກວດກາຕາມເສັ້ນທາງວຽງຈັນ-ຊຳເຫນືອ, ໃນຂະນະນັ້ນ ໄດ້ມີລົດກະບະຣິໂວ້ ເລກທະບຽນ ອສ 5699 ກຳແພງນະຄອນ 


ຂັບຂີ່ມຸ່ງຫນ້າມາແຕ່ທາງ ນະຄອນຫລວງວຽງຈັນ, ເຈົ້າຫນ້າທີ່ຈິ່ງສັນຍານ ໃຫ້ຢຸດເພື່ອກວດກາ, ແຕ່ຜຸ້ຂັບຂີ່ໄດ້ຂັບລົດຜ່າດ່ານກວດ 

ເມື່ອເປັນແນວນັ້ນ ເຈົ້າຫນ້າທີ່ຈິ່ງໄດ້ໄລ່ຕາມ ໄດ້ປະມານ 800 ເເມັດ ຈິ່ງເຫັນລົດຄັນດັ່ງກ່າວຈອດຖິ້ມຢູ່ແຄມທາງ ແຕ່ຜູ້ຂັບຂີ່ເອົາຕົວຫລົບຫນີ.

   ຈາກນັ້ນ ເຈົ້າຫນ້າທີ່ຈິ່ງນຳເອົາລົດຄັນດັ່ງກ່າວ ມາຮັກສາໄວ້ ມື້ຕໍ່ມາ ເຈົ້າຫນ້າສົມທົບກັບພາກສ່ວນກ່ຽວຂ້ອງ ກວດກາລົດ ພົບເຫັນຢາໄອສ໌ 40 ຫໍ່ ແລະ ຢາບ້າ 4 ມັດ ມີ 8.000 ເມັດ ຊຸກເຊື່ອງໄວ້ໃນລົດ. 

ຕໍ່ກັບຄະດີນີ້ ເຈົ້າຫນ້າທີ່ກຳລັງໄລ່ຊອກ-ໄລ່ຈັບ ຜູ້ບົ່ງການມາດຳເນີນຄະດີ.

0 Comments