ສັ່ງສອນຜູ້ໂພດປະຈານຕໍາຫຼວດຈະລາຈອນ
ວັນທີ 27 ພຶດສະພາ 2022 ກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໄດ້ສຶກສາອົບຮົມສັ່ງສອນ ທ້າວ ຄໍາມີໄຊ ອາຍຸ 42 ປີ ຢູ່ບ້ານກາງ ເມືອງພຽງ ແຂວງໄຊຍະບູລີ ທີ່ຖ່າຍວິດີໂອໂພດລົງສື່ສັງຄົມອອນລາຍ (ເຟສບຸກ)

ໃນວັນທີ 12 ພຶດສະພາ 2022 ທີ່ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ລົງຈັບຄວາມໄວຢູ່ເສັ້ນທາງເລກທີ 13 ໃຕ້ ແຂວງບໍລິຄໍາໄຊ ວ່າລົງຕັ້ງດ່ານ ບໍ່ຖືກຕາມລະບຽບກົດໝາຍ ແລະ ຫວັງປັບໃໝເອົາເງິນປະຊາຊົນເທົ່ານັ້ນ.
ທ້າວ ຄໍາມີໄຊ ກ່າວວ່າ: ຂ້າພະເຈົ້າຂໍຍອມຮັບຜິດພຽງຜູ້ດຽວທີ່ໄດ້ອັດຄີບແລ້ວນໍາມາໂພດປະຈານລົງເຟສຂອງຕົນເອງ ໂດຍໃສ່ຮ້າຍປ້າຍສີໄປຕ່າງໆນາໆ ຕໍ່ເຈົ້າໜ້າທີ່ຕໍາຫຼວດຈະລາຈອນທີ່ລົງຈັບຄວາມໄວຢູ່ເສັ້ນທາງເລກທີ 13 ໃຕ້ ເຂດເມືອງທ່າພະບາດ ແຂວງບໍລິຄໍາໄຊ; ດັ່ງນັ້ນ, ຈຶ່ງຂໍສັນຍາວ່າຈະບໍ່ກະທໍາຜິດດ້ວຍການໃສ່ຮ້າຍປ້າຍສີເຈົ້າໜ້າທີ່ພັກ-ລັດອີກ.

ພ້ອມທັງຮຽກຮ້ອງມາຍັງພໍ່ແມ່ປະຊາຊົນທຸກຊັ້ນຄົນບໍ່ຄວນເອົາເປັນແບບຢ່າງ ແລະ ບໍ່ຄວນອັດຄີບວີດີໂອ ຫຼື ຖ່າຍຮູບ ເຈົ້າໜ້າທີ່ທີ່ລົງປະຕິບັດໜ້າທີ່ວິຊາສະເພາະແລ້ວນໍາໄປປະຈານມູມທີ່ບໍ່ຖືກຕ້ອງ ຫຼື ບໍ່ມີມູນຄວາມຈຶ່ງຢ່າງເດັດຂາດ ເພາະການກະທໍາດັ່ງກ່າວນີ້ແມ່ນຜິດຕໍ່ລະບຽບກົດໝາຍ.
ພາບ-ຂ່າວ: ຈັນສະໝອນ
0 Comments