ກັກຕົວຜູ່ຖືກສົງໄສຄ້າຢາເສບຕິດ ພົບເງິນ 100 ລ້ານ ແລະ ຄຳ 10 ບາດ

ວັນທີ 23 ມິຖຸນາ 2022, ເວລາ 9:30 ໂມງ ເຈົ້າໜ້າທີ່ ປກສ ເມືອງ ນາຊາຍທອງ ນະຄອນຫຼວງວຽງຈັນ ໄດ້ເຂົ້າຈັບຕົວຜູ້ຖືກສົງໄສ ຄ້າຂາຍຢາເສບຕິດ  ຈຳນວນ 2 ຄົນ ພ້ອມທັງກວດຄົ້ນເຮືອນ ພົບເງິນ 100 ລ້ານກີບ ແລະ ວັດຖຸຄ້າຍຄຳ ຈຳນວນ 10 ບາດ, ຜູ້ຖືກຫາອ້າງ ເປັນເງິນຄ່າສິນສອດມັດຈຳຂອງລູກສາວ.

ເຈົ້າຫນ້າທີ່ ໃຫ້ຂໍ້ມູນວ່າ : ໄດ້ກັກຕົວ ທ້າວ ອໍລະຫັນ ອາຍຸ 40 ປີ, ປະຊາຊົນ ຢູ່ບ້ານ ໜອງສະ ເມືອງນາຊາຍທອງ ພົບຂອງກາງຢາບ້າ 193 ເມັດ ແລະ ໄດ້ສອບສວນ ຜູ້ກ່ຽວໄດ້ຊັດທອດຫາ ນາງ ເຢີລີ ອາຍຸ 40 ປີ ບ້ານໂພນໄຊ ເມືອງນາຊາຍທອງ  ເວລາຕໍ່ມາ ຂອງວັນດຽວກັນ ເຈົ້າໜ້າທີ່ໄດ້ເຂົ້າຈັບຕົວ ແລະ ກວດຄົ້ນເຮືອນພົບຂອງກາງຢາບ້າ 1.617 ເມັດ, ເງິນ 100 ລ້ານກີບ ແລະ ວັດຖຸຄ້າຍຄືຄຳ ຈໍານວນ 10 ບາດ.

ເຊິ່ງເງິນ ແລະ ວັດຖຸຄ້າຍຄຳ ເປັນຊັບສິນຄ່າມັດຈຳລູກສາວ ຢ່າງໃດກໍດີ ເຈົ້າຫນ້າທີ່ຍັງບໍ່ປັກໃຈເຊື່ອ ຈະເປີດການສືບສວນຫາທີ່ມາຢ່າງລະອຽດ.

0 Comments