ປີ 2030 ລາວ ຈະສົ່ງຂາຍໄຟຟ້າໃຫ້ກຳປູເຈຍ ກວ່າ 6.000 MW 🇱🇦 🇰🇭


ຮອດປີ 2030 ລາວ ຈະສົ່ງຂາຍພະລັງງານໄຟຟ້າ ໃຫ້ກຳປູເຈຍ ກວ່າ 6.000 MW 🇱🇦🔌🇰🇭

ອີງຕາມຂອບການຮ່ວມມືດ້ານພະລັງງານໄຟຟ້າລະຫວ່າງ ສປປ ລາວ ກັບຣາຊະອານາຈັກ ກຳປູເຈຍ ກໍານົດໄວ້ວ່າ: 

ພາຍໃນປີ 2030 ສປປ ລາວ ຈະສົ່ງຂາຍພະລັງງານໄຟຟ້າໄປ ປະເທດກຳປູເຈຍ ໃຫ້ໄດ້ຫລາຍກວ່າ 6.000 MW; 


ປັດຈຸບັນ ສາມາດສົ່ງໄຟໄປແລ້ວ ຈຳນວນ 445 MW. ສຳລັບສັນຍາການຮ່ວມມືດ້ານພະລັງງານລະຫວ່າວສອງປະເທດ ປະກອບມີສັນຍາຊື້-ຂາຍໄຟ ຟ້າ ຄື: 


1.PPA ລະຫ່ວາງ EDL ແລະ EDC, (ເຂື່ອນໄຟຟ້າດອນສະໂຮງ 3 Unit) ຈໍານວນ 195 MW, 

2.PPA ລະຫ່ວາງ EDL ແລະ EDC ຈໍານວນ 500 MW, 

3.PPA ລະຫວ່າງ ຜູ້ພັດທະນາໂຄງການໄຟຟ້າຄວາມຮ້ອນຖ່ານຫີນລະມາມ ແລະ EDC ຈຳນວນ 600 MW 


4.PPA ລະ ຫວ່າງ ຜູ້ພັດທະນາໂຄງການໄຟຟ້າຄວາມຮ້ອນຖ່ານຫີນກະລຶມ ແລະ EDC ຈຳນວນ 1.800 MW.

ທ່ານ ດາວວົງ ພອນແກ້ວ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ລາຍງານໃຫ້ຮູ້ໃນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 20 ມິຖຸນາ 20 22 ນີ້ວ່າ: 

ນອກຈາກສົ່ງໄປປະເທດ ກຳປູເຈຍແລ້ວ, ຍັງໄດ້ສົ່ງໄຟຟ້າ ຈຳນວນ 5 MW ໄປ ປະເທດມຽນມາ ແລະ ຈະສົ່ງໄປອີກຕື່ມປະມານ 30-35 MW ພາຍໃນປີ 2022 ນີ້ ລວມທັງການສົ່ງໄຟ ໄປ ສປ ຈີນ ໃນຮູບແບບການແລກປ່ຽນພະລັງງານໃນລະບົບແຮງດັນ 115 kV ແລະ ມີແຜນຈະເຊື່ອມໂຍງ ດ້ວຍລະບົບ 500 Kv, ພ້ອມນັ້ນ ຈະສົ່ງໄຟໄປ ສິງກະໂປແບບທົດລອງບໍ່ເກີນ 100 MW ໃນທ້າຍເດືອນນີ້.

#ໄຟຟ້າລາວ
#ເລົ່າຂ່າວ
#ບອກຕໍ່
#Borktor

0 Comments