ຍິງສາວ 3 ຄົນ ໄປຖ່າຍຮູບຢູ່ເສັ້ນທາງລົດໄຟລາວ-ຈີນ

ຍິງສາວ 3 ຄົນ ໄປຖ່າຍຮູບຢູ່ເສັ້ນທາງ

ດໄຟລາວ-ຈີນ

ໃນວັນທີ 5 ມີຖຸນາ 2022 ໄດ້ມີຍິງສາວສາມຄົນລ່ວງລຳ້ເຂົ້າໃນເຂດສະຫງວນ ແລະ ຄວາມປອດໄພລົດໄຟ ແລະ ໄປຖ່າຍຮູບຢູ່ເທິງລາງລົດໄຟ.

ເຈົ້າຫນ້າທີ່ກ່ຽວຂ້ອງໄດ້ພາເຂົາເຈົ້າອອກຈາກພື້ນທີ່ຢ່າງປອດໄພ ພ້ອມທັງໃຫ້ຄວາມຮູ້ ແລະ ຕັກເຕືອນເຂົາເຈົ້າວ່າເທື່ອຫນ້າບໍ່ໃຫ້ເຮັດພຶດຕິກຳດັ່ງກ່າວອີກ.

ດັ່ງນັ້ນ, ເພື່ອຄວາມປອດໄພຂອງການເດີນລົດໄຟ ໂດຍສະເພາະແມ່ນຂອງຜູ້ໂດຍສານ ແລະ ຂອງຕົວທ່ານເອງ, ຈຶ່ງຂໍຄວາມຮ່ວມມືຈາກທຸກທ່ານ

ຈົ່ງຢ່າລ່ວງລຳ້ເຂົ້າໃນເຂດສະຫງວນ ແລະ ຄວາມປອດໄພລົດໄຟຢ່າງເດັດຂາດ.

ໃນກົດໝາຍວ່າດ້ວຍການລົດໄຟມາດຕາທີ 137 ຂໍ້ທີ 5 ລະບຸຢ່າງຊັດເຈນວ່າ ຫ້າມບໍ່ໃຫ້ບຸກຄົນ, ນິຕິບຸກຄົນລ່ວງລຳ້ເຂົ້າໃນເຂດສະຫງວນ ແລະ ຄວາມປອດໄພລົດໄຟຢ່າງເດັດຂາດ.

0 Comments