#ເຫດການລະອຽດ ຄະດີຫລອກລວງຊື້ຄຳ ມູນຄ່າ 300 ກວ່າລ້ານກີບ

ອາດິດຕຳຫລວດໄທ ຫລອກເອົາຄຳ 20 ບາດ ມູນຄ່ 300 ກວ່າລ້ານກີບ

#ເຫດການລະອຽດ:

ວັນພຸດຂອງວັນທີ 15/06/2022 ເວລາປະມານ 11:45 ໂມງ ໄດ້ມີຄົນຮ້າຍຊາບຊື່ ທ້າວ ທາລາ ຈະເລີນນາຄາ ອາຍຸ 62 ປີ ມາຫຼອກຊື້ສາຍຄໍ 10 ບາດ ຈຳນວນ 2 ເສັ້ນ ລວມນຳ້ໜັກ 20 ບາດ ເປັນມູນຄ່າຫຼາຍກວ່າ 6 ແສນບາດ(300 ກວ່າລ້ານກິບ) ເຫດເກີດຢູ່ຮ້ານ ຄຳມາໄລຄຳ ນະຄອນໄກສອນ

ວິທີການຂອງຄົນຮ້າຍ ແມ່ນໃຊ້ກົນລວງວ່າຈະຊຳລະດ້ວຍການ “ ໂອນເງິນ ” ເຂົ້າບັນຊີທະນາຄານຂອງຮ້ານ ຫຼັງຈາກຜູ້ກ່ຽວແຈ້ງວ່າໂອນແລ້ວ ທາງຮ້ານກໍໄດ້ກວດສອບຜ່ານແອັບທະນາຄານ ແລະ ເຫັນວ່າໄດ້ຮັບຍອດເງິນດັງກ່າວຕາມທີ່ຕົກລົງໄວ້; ທາງຮ້ານຈຶ່ງໄດ້ສົ່ງມອບຄຳໃຫ້ກັບຜູ້ກ່ຽວ. ແລ້ວຜູ້ກ່ຽວກໍ່ຮີບຮ້ອນອອກໄປແບບມີພິລຸດ ແຕ່ທາງຮ້ານກໍ່ບໍໄດ້ຄິດຫຍັງ

ຈາກນັ້ນ ຕໍ່ມາທາງຮ້ານກວດພົບວ່າ ຍອດເງິນດັ່ງກ່າວໄດ້ອອກຈາກບັນຊີຂອງທາງຮ້ານໄປເອງ ຈຶ່ງໄດ້ກວດສອບໄປທາງທະນາຄານ ແລະ ໄດ້ຂໍ້ມູນວ່າ ຍອດເງິນໂອນເຂົ້າມານັ້ນ ຈາກບັນຊີຕົ້ນທາງຂອງແຊັກບໍ່ມີເງິນພຽງພໍ ເຮັດໃຫ້ຍອດເງິນທີ່ເຂົ້າມາແລ້ວຕອນຕົ້ນໃນບັນຊີຂອງທາງຮ້ານ ຖືກລົບອອກໄປ

#ສິ່ງທີ່ຫຼາຍຄົນອາດເຂົ້າໃຈຜິດກັນ:

ທາງຮ້ານບໍ່ໄດ້ມີການ “ຮັບແຊັກ” ຈາກຜູ້ຮ້າຍແຕ່ຄວາມຈິງແມ່ນຜູ້ຮ້າຍໄດ້ຕົວະວ່າຈະໂອນເງິນຈ່າຍ ເຊິ່ງທາງຮ້ານກໍ່ໄດ້ກວດສອບວ່າໄດ້ຮັບຍອດເງິນແລ້ວຮຽບຮ້ອຍຜ່ານແອັບທະນາຄານຈັ່ງມອບຄຳໃຫ້ໄປ ແຕ່ພາຍຫຼັງຍອດເງິນດັງກ່າວຖືກດຶງຫາຍອອກໄປຈາກບັນຊີໂດຍທາງຮ້ານບໍ່ຮູ້ເມື່ອ.

ຫາກທ່ານໃດສາມາດໃຫ້ເບາະແສທີ່ເຮັດໃຫ້ສາມາດຈັບຜູ້ຮ້າຍໄດ້ ທາງຮ້ານມີລາງວັນເປັນເງິນຈຳນວນ: 20.000.000ກີບ

WhatsApp ☎️: 5555-3001  | 9638-5177

_____________________________

#ຫາກບົດຄວາມນີ້ເປັນປະໂຫຍດ ກໍ່ຢ່າລືມກົດແຊຣໃຫ້ທຸກຄົນໄດ້ອ່ານ

0 Comments