ຈັບກຸມຜູ້ຂາຍຢາ ພ້ອມຂອງກາງຍາບ້າ 42.000 ເມັດ

                                                                                                                
         ໃນວັນທີ 26 ມີຖຸນາ 2022 ເວລາ 8:25 ໂມງ ທີ່ຜ່ານມາ ທາງເຈົ້າໜ້າທີ່ພະແນກຕໍາຫຼວດ ປກສ ເມືອງຫາດຊາຍຟອງ ຈັບຕົວນາງ ວິໄລພອນ ຫຼື ຈັນ ອາຍຸ 33 ປີ ຄ້າຂາຍ ຢູ່ບ້ານທົ່ງຂັນຄໍາ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ພ້ອມເຄື່ອງຂອງກາງ ແລະ ເຄື່ອງຕິດຕົວມີ ຢາບ້າ 7 ແພັກ ເທົ່າກັບ 21 ມັດ ຫຼື 42.000 ເມັດ, ໂທລະສັບມືຖື 1 ໜ່ວຍ, ເງິນ 300.000 ກີບ ແລະ ເງິນ 100 ໂລດາ.

         ຜ່ານການສືບສວນ-ສອບສວນ ນາງ ວິໄລພອນ ຫຼື ຈັນ ໄດ້ໃຫ້ການຮັບສາລະພາບວ່າ: ຢາບ້າທີ່ຜູ່ກ່ຽວນໍາມາຂາຍໄດ້ຊື້ນໍາ ທ້າວ ຈັນວື ອາຍຸ 24 ປີ ຢູ່ບ້ານ ໜອງວຽງຄຳ ເມືອງໄຊທານີ ນະຄອນ ຫຼວງວຽງຈັນ ຊື້ຈຳນວນ 7 ແພັກ ຫຼື 21 ມັດ, ມີ 42.000 ເມັດ. 

      ຈາກນັ້ນ ເຈົ້າໜ້າທີ່ຈື່ງຂະຫຍາຍຜົນສືບຄົ້ນຫາຜູ້ຮ່ວມຂະບວນການ. ມາຮອດວັນທີ 28 ມິຖຸນາ 2022 ເວລາ 18:00 ໂມງ ເຈົ້າໜ້າທີ່ຈຶ່ງສາມາດ ຈັບຕົວ ທ້າວ ຈັນວື ໄດ້ຢູ່ບ້ານທົ່ງຂັນຄໍາ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ພ້ອມຂອງກາງຢາບ້າຈຳນວນ 18 ເມັດ, ລົດຈັກ 1 ຄັນ.
  
     ຂ່າວ: ຮອ ເສົາລຳມອນ

0 Comments